ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ກ່ຽວກັບການຊີ້ແຈງບັນຫາທີ່ສັງຄົມສົນໃຈ ຕໍ່ກັບໂຄງການກໍ່ສ້າງສະຖານີລົດເມ BRT ດັ່ງນີ້:

1. ເປັນຫຍັງຈຶ່ງເອົາສະຖານີລົດເມ BRT ມາຕັ້ງໄວ້ກາງທາງ ຈະບໍ່ເຮັດໃຫ້ການສັນຈອນແອອັດກວ່າ ເກົ່າບໍ່? ເອົາໄປຕັ້ງໄວ້ຂອບທາງໄດ້ບໍ່?ຕອບ: ໂຄງການໄດ້ອອກແບບໄປຕາມມາດຕະຖານລະບົບລົດເມດ່ວນ (Bus Rapid Transit/BRT) ຂອງສາກົນ ໂດຍໃຫ້ມີຊ່ອງວະລາຈອນ (ເລນ) ສະເພາະ ທີ່ມີກ້ອນ Curb ຄອນກີດກັ້ນໄວ້ກັບເລນທົ່ວໄປ ແລະ ມີສະຖານີ ຂຶ້ນ-ລົງຢູ່ກາງທາງເພື່ອຮັກສາເວລາແລ່ນລົດໃນເວລາເລັ່ງດ່ວນ ແລະ ປົກກະຕິ ຕາມຫຼັກການວິສະວະກໍາຄຸ້ມຄອງການຈະລາຈອນ.
-ນໍາໃຊ້ໂຄງສ້າງທາງ ແລະ ເຂດສະຫງວນທາງຫຼວງ ໃຫ້ເກີດປະສິດທິຜົນທີ່ສຸດ ບໍ່ໃຫ້ກະທົບພື້ນທີ່ຂອງບຸກຄົນ.
– ສໍາລັບຈຸດທີ່ແຄບ, ໂຄງການຈະຂະຫຍາຍຜ່າທາງອອກ ຢ່າງຫນ້ອຍເບື້ອງລະ 1 ແມັດ ເພື່ອໃຫ້ເລນ ມີຄວາມກວ້າງຕາມມາດຕະຖານ ແລະ ມີຈໍານວນເລນ ສໍາລັບພາຫະນະທົ່ວໄປ ບໍ່ໃຫ້ຫຼຸດ ເບື້ອງລະ 2 ເລນ.
– ຖ້າເອົາສະຖານີ ຂຶ້ນ-ລົງ ລົດເມ BRT ມາຕັ້ງໄວ້ຂອບທາງ, ເລນສະເພາະລົດເມ BRT ຈະຕັນທາງເຂົ່າເຮືອນ ແລະ ສະຖານທີ່ອື່ນໆ ຈະສ້າງຄວາມຫຍຸ້ງຍາກທີ່ສຸດ.

2. ການເອົາສະຖານີ BRT ມາຕັ້ງໄວ້ກາງທາງ ຄົນຈະມານໍາໃຊ້ລົດເມແນວໃດ? ຄົນຍ່າງຈະມີຄວາມປອດໄພບໍ່?
ຕອບ: ດ້ານຄວາມປອດໄພ ສໍາລັບ ຄົນຍ່າງຂ້າມທາງ ມານໍາໃຊ້ລົດເມ BRT, ໂຄງການ ໄດ້ອອກແບບສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຄວາມປອດໄພ ເຊັ່ນ: ຕິດຕັ້ງໄຟເຕືອນສໍາລັບຄົນຂ້າມທາງ, ປ້າຍເຕືອນ, ຕີເສັ້ນ (ທາງມ້າລາຍ), ເສັ້ນລູກລະນາດ ແລະ ຕິດຕັ້ງຄື້ນຫຼຸດຄວາມໄວ ກ່ອນຮອດສະຖານີ.

3. ຈະກໍ່ສ້າງຂົວຂ້າມທາງ ຄືເຫັນຢູ່ຕ່າງປະເທດບໍ່? ເພື່ອຄວາມປອດໄພແກ່ຄົນຍ່າງ.
ຕອບ: ໂຄງການ ມີແຜນຈະກໍ່ສ້າງຂົວຂ້າມທາງສໍາລັບຄົນຍ່າງ ເພື່ອເຊື່ອມຕໍ່ໃສ່ ສະຖານີຂຶ້ນ-ລົງ ລົດເມດ່ວນ BRT ເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ເບື້ອງຕົ້ນ ແມ່ນໄດ້ລົງສໍາຫຼວດຈຸດກໍ່ສ້າງ ລະຫວ່າງ ຕະຫຼາດເຊົ້າ ຫາ ຄິວລົດເມ ຂົວດິນ. ນອກຈາກນັ້ນ ກໍ ແມ່ນຈຸດດົງໂດກ ແລະ ອື່ນໆ.
ຂ່າວ: ວສລ