ໃນຕອນບ່າຍວັນທີ 6 ທັນວາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ3 ໂຮງແຮມດາວດອກງິ້ວຄຳ. ແຂວງຫຼວງນ້ຳທາສົມທົບກັບສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຈັດມີພິທີປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່: ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຢ່າງສົມກຽດ.

ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ມີ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງນ້ຳທາ, ທ່ານ ພົນຈັດຕະວາ ອິ່ນສົມ ທຳລະສິນ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ທ່ານ ບຸນທອງ ແສງສີກອງ ກຳມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະສະພາເຂດ, ຄະນະຄຸ້ມຄອງເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ພົນຈັດຕະວາ ອິ່ນສົມ ທຳລະສິນ ກຳມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 231/ປປທ ລົງວັນທີ 29 ຕຸລາ 2024 ວ່າດ້ວຍການມອບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອດ້ານວັດຖຸ-ທຶນຮອນໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ລວມມູນຄ່າ 1,306,707,660 ກີບ ( ໜຶ່ງຕື້ສາມຮ້ອຍລ້ານກວ່າກີບ) ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ການພັດທະນາປະເທດຊາດ. ເປັນກຽດຂຶ້ນມອບໂດຍ: ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງນ້ຳທາ ພ້ອມນີ້ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳທີ່ໄດ້ປະດັບຫຼຽນໄຊພັດທະນາຊັ້ນ III ເຊີ່ງແມ່ນຫຼຽນໄຊທີ່ມີຄຸນຄ່າຂອງ ສປປ ລາວ ປະດັບໃຫ້ແກ່ທ່ານທີ່ມີຜົນງານ, ຄຸນງາມຄວາມດີໃນການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ, ທຶນຮອນ, ເງິນຄຳ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຈາກນີ້ ທ່ານ ຈ້າວ ເຫວີຍ ສາມຫຼ່ຽມຄຳກໍໄດ້ສະແດງຄວາມຮູ້ສຶກດີໃຈຢ່າງລົ້ນເຫຼືອຕໍ່ພັກ ແລະ ລັດຖະບານກໍ່ຄືການນຳຂອງແຂວງຫຼວງນ້ຳທາ, ເຊິ່ງເວລາໃດກໍ່ໃຫ້ການຊີ້ນຳຢ່າງໃກ້ຊິດໃນການພັດທະນາດ້ານຕ່າງໆມາໂດຍຕະຫຼອດ, ຂ້າພະເຈົ້າສັນຍາວ່າຈະສືບຕໍ່ເອົາໃຈໃສ່ສົ່ງເສີມການພັດທະນາໃນທຸກດ້ານໃຫ້ມີຜົນສຳເລັດ ພ້ອມທັງຮຽກຮ້ອງໃຫ້ພະນັກງານທຸກຄົນຈົ່ງຮ່ຳຮຽນເອົາແບບຢ່າງທີ່ດີ ແລະ ກາຍເປັນຜູ້ສືບທອດໃນການພັດທະນາໃຫ້ມີຄວາມຍືນຍົງ ແລະ ກ້າວໜ້າ, ໃຫ້ສົມຄຳວ່າ: “ປະຊາຊົນລາວເອົາດິນຕອນໜຶ່ງໃຫ້ຂ້າພະເຈົ້າຢືມ ຂ້າພະເຈົ້າຈະຄືນໃຫ້ປະຊາຊົນລາວເປັນໜຶ່ງຕົວເມືອງໃໝ່ທີ່ທັນສະໄໝ”

ຂ່າວ-ພາບ: ເຂດເສດຖະກິດພິເສດສາມຫຼ່ຽມ