ວັນທີ 25 ພະຈິກ 2024, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະການນຳຈາກພະແນກການ ແລະກົມກອງຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບ້ານຫ້ວຍຫອຍ, ເມືອງພີນ ໂດຍການນຳພາທາງຂອງທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງພີນ, ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດພ້ອມຄະນະ ກໍ່ໄດ້ລົງຕິດຕາມເບິ່ງສະພາບຂົວຂ້າມນ້ຳເຊບັ້ງຫຽງ, ເຂດບ້ານຫ້ວຍຫອຍ, ເມືອງພີນ ທີ່ຖືກນ້ຳພັດເປ້ເພເສຍຫາຍໃນໄລຍະປີ 2019 ຜ່ານມາ.

ທ່ານເຈົ້າແຂວງ ໄດ້ປຶກສາຫາລືກັບພາກສ່ວນຕ່າງໆຂັ້ນແຂວງ ແລະ ເມືອງຢ່າງຮີບດ່ວນໄດ້ຕັດສິນໃຈ, ເຊິ່ງຈະສ້າງຂົວໃນ 2 ຈຸດຄື: ຂົວຂ້າມເຊບັ້ງຫຽງ ເຂດບ້ານຫ້ວຍຫອຍ ແລະ ຂົວຂ້າມເຊລະນອງ ບ້ານຫ້ວຍສິງໄປໃສ່ຈຸດສຸມທູນຂາມ, ເມືອງພີນ ໂດຍມີບ້ານໄດ້ຮັບຜົນປະໂຫຍດທັງໝົດຈຳນວນ 21 ບ້ານ, ມີຈຳນວນພົນກວ່າ 15,000 ຄົນ.ຊຶ່ງມອບຄວາມຮັບຜິດຊອບໃຫ້ພະແນກໂຍທາທິການ ແລະຂົນສົ່ງໄປສຳຫຼວດຄິດໄລ່ຢ່າງລະອຽດ ໂດຍສົມທົບກັບພາກສ່ວນກ່ຽວ ຂ້ອງຂອງແຂວງ ເພື່ອຮັບປະກັນທາງດ້ານເຕັກນິກ ແລະໃຫ້ສາ ມາດນຳໃຊ້ຢ່າງມີປະສິດທິພາບປະສິດທິຜົນສູງ.

ຂ່າວ: ວສລ