ຈຸດຂາຍປີ້ ຫຼວງພະບາງ ສາມາດຮັບຈອງປີ້ລົດໄຟລ່ວງໜ້າໄດ້ແລ້ວ

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ ແລະ ຂະຫຍາຍການບໍລິການ ໃນການຊື້ປີ້ລົດໄຟ ໃຫ້ຫຼາກຫຼາຍຂຶ້ນ, ຈຸດຂາຍປີ້ລົດໄຟ ຫຼວງພະບາງ ໄດ້ເປີດໃຫ້ບໍລິການຈອງປີ້ລົດໄຟ ໂດຍເລີ່ມແຕ່ວັນອັງຄານທີ 10 ພຶດສະພາ ເປັນຕົ້ນໄປ. ລາຍລະອຽດຄືດັ່ງນີ້:

1. ລາຍລະອຽດການຈອງປີ້ລົດໄຟ

1).ຈຸດຂາຍປີ້ ຫຼວງພະບາງ ແມ່ນສາມາດຈອງປີ້ພາຍໃນ 4-7 ວັນກ່ອນການອອກເດີນທາງ (ສຳລັບລົດໄຟທີ່ອອກເດີນທາງຈາກ ສະຖານີ ຫຼວງພະບາງ ຂອງລົດໄຟແຕ່ລະຖ້ຽວ). ຕົວຢ່າງ: ຫາກທ່ານມີແຜນຈະເດີນທາງໃນລະຫວ່າງວັນທີ 4-7 ມິຖຸນາ, ທ່ານສາມາດຈອງປີ້ລ່ວງໜ້າໄດ້ໃນວັນທີ 1 ມິຖຸນາ.

2). ທ່ານຕ້ອງໄປເອົາປີ້ທີ່ຈອງໄດ້ຕາມເວລາທີ່ກຳນົດ, ໂດຍຫຼັກການແລ້ວແມ່ນໃຫ້ເຂົ້າໄປເອົາປີ້ທີ່ຈອງໄວ້ 2 ມື້ລ່ວງໜ້າກ່ອນມື້ອອກເດີນທາງ.

ຕົວຢ່າງ: ມື້ທີ່ຈະອອກເດີນທາງແມ່ນວັນທີ 3 ມິຖຸນາ, ຜູ້ໂດຍສານຕ້ອງໄປເອົາປີ້ທີ່ຈອງໄວ້ໃນວັນທີ 1 ມິຖຸນາ.

3). ປີ້ທີ່ຈອງໄວ້ແມ່ນກຳນົດໃຫ້ສາມາດເອົາຮອດເວລາ 14:00 ຂອງມື້ກຳນົດເອົາປີ້, ຖ້າຜູ້ໂດຍສານບໍ່ມາເອົາປີ້, ປີ້ດັ່ງກ່າວແມ່ນຈະຖືກຍົກເລີກທັນທີ.

4). ຈຳນວນປີ້ທີ່ຈອງໄດ້ແມ່ນເທົ່າກັບຈຳນວນປີ້ທີ່ຊື້ຢູ່ສະຖານີ, ແຕ່ບໍ່ສາມາດຈອງປີ້ເດັກນ້ອຍ, ປີ້ທົວ, ປີ້ໄປ-ກັບ, ດຳເນີນທຸລະກຳຖອນປີ້ ຫຼື ປ່ຽນແປງປີ້ໄດ້.

2. ຂັ້ນຕອນການຈອງປີ້

1). ການຈອງປີ້. ຜູ້ໂດຍສານສາມາດໂທໄປລົງທະບຽນ ແລະ ຈອງປີ້ໄດ້ທີ່ເບີ 030 2022002 ໃນເວລາເຮັດວຽກຂອງຈຸດຂາຍປີ້ຫຼວງພະບາງ ຫຼື ໄປທີ່ຈຸດຂາຍປີ້ ແລະ ທຳການຈອງປີ້ດ້ວຍຕົນເອງ. ຂໍ້ມູນໃນການຈອງປີ້ປະກອບມີວັນທີ່ໃນການຈອງປີ້, ວັນທີທີ່ຈະອອກເດີນທາງ, ຖ້ຽວລົດໄຟ, ສະຖານີຕົ້ນທາງ-ສະຖານີປາຍທາງ, ຊັ້ນນັ່ງ, ຊື່, ເບີຕິດຕໍ່ ແລະ ຂໍ້ມູນອື່ນໆ.

2). ການເອົາປີ້. ຫຼັງຈາກສຳເລັດການຈອງປີ້ແລ້ວ, ຜູ້ໂດຍສານຕ້ອງມາເອົາປີ້ໃນເວລາທີ່ກຳນົດ. ເມື່ອມາເອົາປີ້, ຜູ້ໂດຍສານຕ້ອງສະແດງບັດປະຈຳຕົວ ແລະ ເບີຕິດຕໍ່ຂອງຜູ້ທີ່ຈອງປີ້ໃຫ້ພະນັກງານຢູ່ຈຸດຂາຍປີ້, ພ້ອມທັງສະແດງບັດປະຈຳຕົວ ແລະ ບັກສັກວັກຊີນຂອງຜູ້ໂດຍສານທີ່ຈະເດີນທາງ, ຫຼັງຈາກກວດສອບຂໍ້ມູນຖືກຕ້ອງແລ້ວກໍສາມາດເອົາປີ້ໄດ້.

error: Content is protected !!