ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນກອງປະຊຸມປະກາດການຈັດຕັ້ງການນຳຂັ້ນສູງ ຂອງສອງເມືອງຄື: ເມືອງອາດສະພັງທອງ ແລະ ເມືອງຈຳພອນ ເຊິ່ງພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງແຕ່ລະເມືອງໃນວັນທີ 21 ພະຈິກ 2024.

ໃນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດຕົກລົງແຕ່ງຕັ້ງ ທ່ານ ສີສະຫວາດ ເພັງທະ ລັງສີ ເປັນເຈົ້າເມືອງອາດສະພັງທອງຄົນໃໝ່ ແລະ ໃນຕອນບ່າຍຂອງວັນດຽວກັນກໍໄດ້ແຕ່ງຕັ້ງທ່ານ ບຸນຊູ ທຸ່ນ ຊົມພູ ເປັນວ່າການເຈົ້າເມືອງຈຳພອນ, ໃນພິທີຂອງແຕ່ລະເມືອງ, ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ສະຫາຍເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າທັງສອງສະຫາຍທີ່ໄດ້ພັກການ ແລະ ຮັບອຸດໜູນບຳນານ, ຕະຫຼອດໄລຍະເກືອບ 40 ປີຜ່ານມາ, ສະຫາຍທັງສອງໄດ້ໃຊ້ສະຕິປັນຍາ ແລະເຫື່ອແຮງຂອງຕົນດ້ວຍຄວາມຈິງໃຈໃນການຮັບໃຊ້ຊາດ-ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ ແລະ ຮຽກຮ້ອງມາຍັງສະຫາຍເລຂາພັກເມືອງ, ເຈົ້າເມືອງຄົນໃໝ່ທັງສອງສະຫາຍ ຈົ່ງເຮັດໜ້າ ທີ່ດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ພາລະກິດໃນການປົກ ປັກຮັກສາ ແລະສ້າງສາພັດທະນາເມືອງຂອງຕົນໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.
ຂ່າວ: ໜັງສືພິມສະຫວັນພັດທະນາ