ຂຸນກອງແລງ ເປັນອີກສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງ ຄຳມ່ວນ ແລະ ກຳລັງໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຄົບ

ສະຖານທີ່ທ່ອງທ່ຽວ ຂຸນກອງແລງ ຖືວ່າເປັນບ່ອນກຳເນີດ ສາຍນ້ຳກອງແລງ ເຊິ່ງເປັນສາຂາຂອງ ນ້ຳຄອນແກ້ວ ແລ້ວໄຫຼລົງສູ່ນ້ຳປະກັນ, ເປັນວັງນ້ຳສີຟ້າເຂັ້ມ, ກວ້າງປະມານ 80-100 ແມັດ, ເລີກປະມານ 27 ແມັດ. ນ້ຳໃນ ຂຸນກອງແລງ ປີໜຶ່ງຈະປ່ຽນເປັນ 3 ສີ ຕາມລະດູການ ຄື: ສີຂຽວມໍລະກົດ, ສີແດງຂຸ້ນ ແລະ ສີຟ້າໃສ. ລັກສະນະຂອງ ຂຸນນ້ຳກອງແລງ ເປັນວົງຮູບໜ່ວຍມົນຄືກັບກອກຢາສູບ, ພື້ນລຸ່ມນຳ້ ມີແປວນຳ້ຢູ່ 1 ແປວ (ສະເພາະບ່ອນທີ່ນັກສຳຫຼວດສາມາດເຂົ້າໄດ້), ອ້ອມຮອບວົງນີ້ ເຕັມໄປດ້ວຍຕົ້ນຂະມ້າ.

ເວົ້າໄດ້ວ່າ ນອກຈາກຈະເປັນແຫຼ່ງທ່ອງທ່ຽວທີ່ມີຄວາມສວຍງາມທາງດ້ານທຳມະຊາດແລ້ວ ສະຖານທີ່ດັ່ງກ່າວຍັງມີປະຫວັດຄວາມເປັນມາທີ່ໜ້າສົນໃຈນຳອີກ ເຊິ່ງພາຍຫຼັງທີ່ເພິ່ນເປີດໃຫ້ບໍລິການແລ້ວ ຕ້ອງຫາໂອກາດໄປສຳພັດໃຫ້ໄດ້
ຂຸນກອງແລງ ຕັ້ງຢູ່ບ້ານ ນາຄື, ເມືອງ ຫີນບູນ, ເດີນທາງຕາມເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວເມືອງ ຫີນບູນ ປະມານ 20 ກິໂລແມັດ ແລະ ຫ່າງຈາກຕົວເມືອງ ທ່າແຂກ ໄປທາງທິດຕາເວັນອອກສ່ຽງເໜືອ 50 ກິໂລແມັດ.

ພາບຈາກ: ເລາະຖ່າຍຮູບ – Roam taking photos
Some of the defendants were released on 14 May and the rest on 3 June. Earlier on the day of the attack, Solanas had been turned away from the Factory after asking for the return of a script she had given to Warhol.