ມອບເງິນລາງວັນ! ໃຫ້ແກ່ນັກຮຽນຜູ້ຊະນະ ການແຂ່ງຂັນແຕ້ມຮູບ “ເຮືອນຂອງຂ້ອຍ”

ໃນວັນທີ 6-9 ພຶດສະພາ ທີ່ຜ່ານມາ, ທີມ ອັບເດດລາວ UpdateLaos ໄດ້ເດີນທາງໄປມອບເງິນລາງວັນ ໃຫ້ແກ່ນັກຮຽນ ທີ່ໄດ້ຊະນະການປະກວດ ການແຕ້ມຮູບ ໃນໂຄງການແຕ້ມຮູບ ພາຍໃຕ້ຫົວຂໍ້ “ເຮືອນຂອງຂ້ອຍ” ທີ່ ອັບເດດລາວ ຈັດຂຶ້ນ ໃນລະຫວ່າງ ເດືອນ ກຸມພາ – ເມສາ 2022.  ການແຂ່ງຂັນນີ້ ມີ 10 ໂຮງຮຽນ, ສະເພາະສໍາລັບປະຖົມ 3 – 5, ທີ່ຖືກຄັດເລືອກ ຈາກໂຮງຮຽນລັດ ໃນຂອບເຂດ ນະຄອນຫຼວງ ວຽງຈັນ ທີ່ຖືວ່າຂາດເຂີນ.

ຈາກທັງໝົດ 89 ຮູບ ທີ່ໄດ້ສົ່ງເຂົ້າປະກວດ ເພື່ອຊິງລາງວັນ (https://www.facebook.com/494832727254070/posts/7252640271473248/), ຜູ້ຊະນະການແຂ່ງຂັນ ລາງວັນທີ່ 1 ແມ່ນ ນາງ ນຸລີ, ຫ້ອງ ປ.5 (ຂ), ໂຮງຮຽນ ປະຖົມສົມບູນ ທ່າກົກໄຮ, ເມືອງ ປາກງຶ່ມ, ໄດ້ຮັບເງິນສົດ 2,000,000 ກີບ.

ລາງວັນທີ 2 ແມ່ນ ທ້າວ ອິກທໍ່, ຫ້ອງ ປ.5 (ກ), ໂຮງຮຽນ ປະຖົມສົມບູນ ທ່າກົກໄຮ, ເມືອງ ປາກງຶ່ມ, ໄດ້ຮັບເງິນສົດ 1,000,000 ກີບ.

ລາງວັນທີ 3 ແມ່ນ  ທ້າວ ຈິດສະດາ ວົງມະນີ ຫ້ອງ ປ.5, ໂຮງຮຽນ ປະຖົມສົມບູນ ເກົ້າລ້ຽວ, ເມືອງ ສີໂຄດຕະບອງ, ໄດ້ຮັບເງິນສົດ 500,000 ກີບ. ຕາງໜ້າມອບລາງວັນ ໂດຍທ່ານ ປ.ອ. ມານະ ສຸດທິຈັກ ປະທານບໍລິສັດແມ່ຂອງ ອັບເດດລາວ Update Laos.

ພິເສດແມ່ນ ນາງ ດາວິນາ ລີ, ອາຍຸ 16 ປີ, ນັກຮຽນ ມ 6 ຢູ່ຣັດ ຮາວາຍ, ສະຫະລັດ ອາເມຣິກາ, ເຈົົົ້າຂອງທຶນສະໜັບສະໜູນ ໂຄງການນີ້(https://www.facebook.com/updatelaos/videos/360070852658666) ໄດ້ໂອ້ລົມກັບນ້ອງໆນັກຮຽນ ທີ່ ຊະນະການ ປະກວດແຕ້ມຮູບໃນຄັ້ງນີ້ ຜ່ານທາງໂທດ້ວຍວີດີໂອ. ດາວິນາໄດ້ກ່າວຊົມເຊີຍ ແລະ ດີໃຈຫຼາຍທີ່ເຫັນນ້ອງໆ ສາມາດແຕ້ມຮູບອອກມາໄດ້ງາມຫຼາຍ. ນອກຈາກນີ້, ດາວິນາ ຍັງໃຫ້ກຳລັງໃຈ ແລະ ຄໍາແນະນໍານ້ອງໆ ໃນການພັດທະນາການແຕ້ມຮູບ ເພື່ອກ້າວໄປເປັນ ນັກແຕ້ມຮູບ ທີ່ເກັ່ງຂຶ້ນ ແລະ ມີຄວາມຫວັງວ່າ ພວກນ້ອງໆຈະມີຄວາມສໍາເລັດ ໃນການສຶກສາ ແລະ ເປັນນັກແຕ້ມຮູບມືອາຊີບໃນອະນາຄົດ.

ໂຄງການດັ່ງກ່າວ ເປັນການຮ່ວມມືລະຫວ່າງ ອັບເດດລາວ UpdateLaos ແລະ ນາງ ດາວີນາ ລີ ໂດຍເປັນການເປີດໂອກາດ ແລະ ເສີມສ້າງ ຈິນຕະນາການ ໃຫ້ບັນດານ້ອງນ້ອຍນັກຮຽນ ພ້ອມທັງເປັນການສົ່ງເສີມ ການຮຽນຮູ້ຂອງເດັກຜ່ານຮູບແຕ້ມ. ທຶນການແຂ່ງຂັນແຕ້ມຮູບ ແມ່ນໄດ້ຈາກ ນາງ ດາວີນາ ລີ ບໍລິຈາກເງິນ $1,100 ເທົ່າກັບ12,470,000 ກີບ) ໂດຍມີຈຸດປະສົງ ໃຫ້ເດັກນັກຮຽນ ປ. 3-5 ໃນເຂດຍາກຈົນ ໄດ້ມີໂອກາດ ປະກອບກິດຈະກໍາ ສິລະປະ ແລະ ຢາກໃຫ້ເດັກນ້ອຍນັກຮຽນ ຜູ້ອື່ນໆໄດ້ມີໂອກາດຮຽນຮູ້, ໄດ້ສຳຜັດກັບສິລະປະ ເພື່ອພັດທະນາຄວາມຄິດປະດິດສ້າງ ຄືກັນກັບທີ່ຕົນໄດ້, ໂດຍສະເພາະໃນປະເທດ ລາວ, ເຊິ່ງເປັນຖິ່ນກຳເນີດ ຂອງ ພໍ່ ແລະ ແມ່ ຂອງຕົນ ແລະ ເປັນປະເທດທີ່ກຳລັງພັດທະນາ. ດາວິນາ ມີເງິນສໍາລັບບໍລິຈາກນີ້ ຈາກທຸລະກິດນ້ອຍໆ ທີ່ຕົນໄດ້ເລີ່ມ ໃນຕົ້ນປີ 2021 ດ້ວຍການຂາຍຮູບແຕ້ມຂອງຕົນ ໃນຮູບແບບເປັນສະຕິກເກີ້.

error: Content is protected !!