ປັດຈຸບັນ, ການກໍ່ສ້າງໂຄງລ່າງພື້ນຖານສໍາລັບລົດເມດ່ວນ BRT ໃນນະຄອນຫລວງວຽງຈັນ ແຕ່ສວນເຈົ້າຟ້າງຸ່ມໄປຫາໜ້າມະຫາວິທະຍາໄລແຫ່ງຊາດ ດົງໂດກ ໄລຍະທາງລວມ 12,9 ກິໂລແມັດ ສໍາເລັດແລ້ວ 30% ຂອງໜ້າວຽກທັງໝົດ, ຄາດວ່າຈະສໍາເລັດ ແລະ ເປີດທົດລອງແລ່ນບໍລິ ການລົດເມດ່ວນໃນທ້າຍປີ 2025 ທີ່ຈະມາເຖີງນີ້.
ໃນໄລຍະເປີດທົດລອງແລ່ນບໍລິການລົດ ເມດ່ວນ BRT ໃນທ້າຍປີ 2025 ແມ່ນຈະໃຫ້ຜູ້ໂດຍສານຂີ່ໂດຍບໍ່ເສຍຄ່າໃນໄລຍະ 3 ເດືອນ, ຫລັງຈາກນັ້ນຈະເປີດບໍລິການຢ່າງເປັນທາງການ.




