ໃນຕອນເຊົ້າຂອງວັນທີ 23 ຕຸລາ 2024, ຢູ່ທີ່ກອງບັນຊາການປກສເມືອງຫົງສາ, ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ເຮັດບົດບັນທຶກ ກັບກຸ່ມແກ້ງຂັບຂີ່ລົດໄວກວນເມືອງ ແລະ ດັດແປງສະພາບເຕັກນິກລົດ, ໂດຍການຂົ້າຮ່ວມຂອງ ທ່ານ ພັທ ລຳແພນ ຫອມເພັດ ຮອງຫົວຫນ້າກອງບັນຊາການປກສ ເມືອງຫົງສາ, ມີຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອຳນວຍການໂຮງຮຽນ, ຜູ້ປົກຄອງພ້ອມດ້ວຍຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັທ ໄລ ແສນທອນ ຮອງຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫົງສາ ໄດ້ລາຍງານສະພາບລວມ ການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນໃນໄລຍະ ເດືອນມັງກອນຫາເດືອນກັນຍາ ປີ 2024 ຜ່ານມາໃຫ້ຮູ້ວ່າ: ເຈົ້າໜ້າທີ່ໄດ້ລົງແກ້ໄຂພາກສ່ວນຂັບຂີ່ລົດດັດແປງສະພາບເຕັກນິກ (ທໍ່ໄອເສຍດັງ,ຢາງນ້ອຍ, ອື່ນໆ).

ພາກສ່ວນແຂ່ງລົດພາຍໃນເທດສະບ້ານເມືອງໄດ້ທັງໝົດ 12 ຄັ້ງ ພົບເຫັນຜູ້ລະເມີດທັງໝົດ 11 ຄົນ, ຍິງ 1 ຄົນ ຄື: ແຂ່ງລົດຈັກໂດຍບໍ່ໄດ້ຮັບອະນຸຍາດຢູ່ເຂດເສັ້ນທາງບ້ານຈອມແຈ້ງ 01 ຄັ້ງ ມີຜູ້ລະເມີດ 02 ຄົນ, ກັກພາກສ່ວນດັດແປງສະພາບເຕັກນິກລົດໄດ້ທັງໝົດ 11 ຄົນ, ຍິງ 1 ຄົນ,ມີລົດຈັກ 10 ຄັນ.

ຕໍ່ພາກສ່ວນລະເມີດແມ່ນໄດ້ນໍາຕົວມາກວດຫາສານເສບຕິດແລ້ວນໍາເຂົ້າໂຮງຮຽນສືກສາພົນລະເມືອງໄດ້ 02 ຄົນ, ສ້າງບົດບັນທືກສືກສາອົບຮົມ, ພ້ອມທັງຂຽນປະຫວັດຜູ້ລະເມີດລະບຽບການສັນຈອນ ແລະ ປັບໃໝຕາມດຳລັດເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ພ້ອມທັງໃຫ້ສ້ອມແປງລົດໃຫ້ຢູ່ໃນສະພາບເດີມໄດ້ຈຳນວນ 11 ຄົນ, ຍິງ 1 ຄົນ ລົດຈັກຈໍານວນ 11 ຄັນ.