ໃນຕອນແລງວັນທີ 24 ຕຸລາ 2024, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະ ມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ 2024 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 23 ແລະ ອັດລົງ ໃນຕອນບ່າຍ ວັນທີ 24 ຕຸລາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2024.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ລາຍງານສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນ ພະຈິກ 2024 ຂອງລັດຖະບານ; ລາຍງານກ່ຽວກັບການຄົ້ນຄວ້າການເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ ແລະ ໂຄຕ້າລັດຖະ ກອນ ປະຈຳປີ 2025; ລາຍງານການຄົ້ນຄວ້າມາດຕະການແກ້ໄຂລົດເຖື່ອນ; ລາຍງານຜົນສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງການສະເໜີແບ່ງຄວາມຮັບຜິດຊອບໃນການຜັນຂະຫຍາຍໃນຕໍ່ໜ້າ; ແລະ ລາຍງານຄາດໝາຍອັດຕາເງິນເຟີ້ ໃນປີ 2025

ຕໍ່ການຄົ້ນຄວ້າການເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ ແລະ ໂຄຕ້າລັດຖະກອນ ປະຈຳປີ 2025: ແມ່ນເຫັນດີຕາມການສະເໜີຂອງກະຊວງພາຍໃນ ບົນພື້ນຖານຕ້ອງຮັບປະກັນ ແລະ ສາມາດຕອບສະໜອງທາງດ້ານງົບປະມານ ໃນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ, ທັງໃຫ້ສາມາດຮັບປະກັນ ມີພະນັກງານສືບທອດປ່ຽນແທນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.

ຕໍ່ການແກ້ໄຂບັນຫາລົດເຖື່ອນ: ໃຫ້ຈັດຕັ້ງປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ເດັດຂາດ, ວ່ອງໄວ, ທັນການ, ບໍ່ແກ່ຍາວເວລາ, ຮັບປະກັນຈໍາກັດໄດ້ຊ່ອງຫວ່າງການສວຍໂອກາດຕ່າງໆ ທັງນີ້ ເພື່ອສະກັດກັ້ນບັນຫາລົດເຖື່ອນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ໄດ້ຮັບການແກ້ໄຂຢ່າງຂາດຕົວໃນຕໍ່ໜ້າ. ພ້ອມກັນນີ້, ລັດຖະບານ ໄດ້ມອບໃຫ້ຄະນະສະເພາະກິດ ຮີບຮ້ອນຮ່ວມກັບບັນດາຂະແໜງການກ່ຽວຂ້ອງ ລົງເລິກກໍານົດເງື່ອນໄຂ, ວິທີການແກ້ໄຂລະອຽດ ໂດຍມີຄາດໝາຍທາງດ້ານເວລາ ທີ່ຊັດເຈນ ແລະ ໃຫ້ມີຜົນສໍາເລັດຕົວຈິງ.

ສຳລັບຄາດໝາຍອັດຕາເງິນເຟີ້ ໃນປີ 2025: ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນວຽກຈຸດສຸມ ທີ່ລັດຖະບານໄດ້ກຳນົດໄວ້ ກໍ່ຄື ບັນດາທິດຊີ້ນຳ ຂອງກົມການເມືອງສູນກາງພັກ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເຄັ່ງຮ້ອນຕ່າງໆ ແນໃສ່ໃຫ້ອັດຕາເງິນເຟີ້ຫຼຸດລົງ.
ຂ່າວ: ປະເທດລາວ