ເປີດເວທີເດັກ ລາວ ປະຈຳປີ 2022 ສ້າງໂອກາດພັດທະນາທ່າແຮງ ແລະ ຄວາມສາມາດຂອງເດັດ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 10-13 ພຶດສະພາ 2022 ນີ້, ສະຫະພັນແມ່ຍິງ ແຂວງ ຄຳມ່ວນ ໄດ້ເປັນເຈົ້າພາບໃນງານ ເວທີເດັກ ລາວ ປະຈຳປີ 2022 ຄັ້ງທີ 4 ພາຍໃຕ້ຄຳຂວັນ “ຄວາມຄືບໜ້າການສົ່ງເສີມສິດທິເດັກໃນ ສປປ ລາວ” ເພື່ອເປັນການເສີມສ້າງຄວາມອາດສາມາດ ແລະ ທັງເປີດໂອກາດພັດທະນາທ່າແຮງຂອງເດັກລາວ ໃນການບັນລຸເປົ້າໝາຍການພັດທະນາແບບຢືນຍົງ ແລະ ມີສ່ວນຮ່ວມໃນຂະບວນການຕັດສິນ ແລະ ແກ້ໄຂຜົນກະທົບຕໍ່ການພັດທະນາຂອງເດັກລາວບັນດາເຜົ່າທົ່ວປະເທດ.ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນ ແລະ ວິຊາການຈາກອົງການຊາຍຟັນ ປະຈໍາ ສປປ ລາວ.

ການຈັດເວທີເດັກ ໃນຄັ້ງນີ້ ເພື່ອເປັນເວທີເປີດໂອກາດ ແລະ ສົ່ງເສີມຕົວແທນເດັກ ແລະ ໄວໜຸ່ມ ມີສ່ວນຮ່ວມໃນຂະບວນການສົນທະນາ ແລະ ສະແດງຄວາມຄິດເຫັນຕັດສິນແກ້ໄຂບັນຫາ ທີ່ອາດສົ່ງຜົນກະທົບຕໍ່ການພັດທະນາເດັກ ແລະ ໄວໜຸ່ມ ເພື່ອສ້າງຄວາມອາດສາມາດເດັກ ແລະ ໄວໜຸ່ມ ມີໂອກາດກ້າສະແດງອອກ, ປະກອບຄຳຄິດເຫັນ ແລະ ນຳສະເໜີແຜນພັດທະນາເດັກທີ່ສ້າງສັນ ແລະ ກ້າວໄປສູ່ການພັດທະນາແບບຍືນຍົງ, ທັງເປັນການສະໜັບສະໜູນ ສົ່ງເສີມຕົວແທນເດັກ ແລະ ໄວໜຸ່ມ ມີຄວາມພ້ອມດ້ານຕ່າງໆ ໃນການພັດທະນາ ແລະ ກຽມຄວາມພ້ອມ ໃນການເຂົ້າຮ່ວມເວທີເດັກອາຊຽນ, ເວທີພາກພື້ນ ແລະ ສາກົນແຕ່ລະປີ ແລະ ຕາມແຕ່ລະວາລະ.

ໃນງານດັ່ງກ່າວ, ໄດ້ແບ່ງກຸ່ມຄົ້ນຄວ້າສົນທະນາ(ກຸ່ມເດັກຍິງ-ເດັກຊາຍ) ໃຊ້ເຄື່ອງມືກ້າງປາ ເພື່ອຄົ້ນຄວ້າກ່ຽວກັບສິ່ງທີ່ທ້າທາຍ, ສິ່ງທີ່ພົ້ນເດັ່ນ ແລະ ວິທີແກ້ໄຂໂດຍເດັກເອງຕາມ 4 ຫົວຂໍ້ຄື: ການແຕ່ງດອງກ່ອນໄວ, ການນຳໃຊ້ສື່ສັງຄົມອອນລາຍທີ່ບໍ່ປອດໄພ, ອຸ ບັດເຫດຕາມທ້ອງຖະໜົນ ແລະ ການແພ່ລະບາດຂອງພະຍາດໂຄວິດ-19. ນອກນັ້ນ, ຍັງໄດ້ແບ່ງກຸ່ມອອກເປັນ 8 ກຸ່ມຄື: ກຸ່ມພິທີກອນ, ກຸ່ມແຕ້ມຮູບ ແລະ ພັດທະນາເດັກ, ກຸ່ມສະແດງລະຄອນ, ກຸ່ມສ້າງ ແລະ ຕັດຕໍ່ວີດີໂອ, ກຸ່ມນຳສະເໜີໂຄງການຂະໜາດນ້ອຍຂອງເດັກ, ກຸ່ມສະແດງສິນລະປະ(ຟ້ອນ), ກຸ່ມຮ້ອງເພງ ແລະ ກຸ່ມເດີນແບບຊຸດວັດທະນະທຳແຕ່ລະແຂວງ.

ເຂົ້າຮ່ວມພິທີເປີດ ກອງປະຊຸມເວທີເດັກໃນຄັ້ງນີ້, ມີທ່ານ ນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າກອງເລຂາຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ທ່ານນາງ ກຽນຕາ ວັນມະນາ ປະທານຄະນະບໍລິຫານງານສະຫະພັນແມ່ ຍິງແຂວງຄຳມ່ວນ, ຮອງປະທານຄະນະກຳມະທິການເພື່ອແມ່ຍິງ ແລະ ແມ່-ເດັກແຂວງ, ທ່ານ ວິລະໄຊ ທຳມະວົງ ຮັກສາການຫົວໜ້າອົງການຊາຍຟັນ ປະຈຳລາວ, ມີບັນດາຮອງປະທານຄະນະກຳມະທິການເພື່ອແມ່ຍິງ ແລະ ແມ່-ເດັກ ພ້ອມດ້ວຍຄະນະຄູອາຈານ, ຜູ້ນຳພາເດັກ ແລະ ໄວໜຸ່ມ ທັງ 18 ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

error: Content is protected !!