ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project for the Improvement of Vientiane International Airport) ມູນຄ່າ 2 ຕື້ 836 ລ້ານເຢນ (ປະມານ 20 ລ້ານ ໂດລາສະຫະລັດ).

ຕາງໜ້າລັດຖະບານລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງ ໜ້າລັດຖະບານຍີ່ປຸ່ນ ຮ່ວມລົງນາມໂດຍ ທ່ານ KOIZUMI Tsutomu, ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີພະນັກງານຂອງກະຊວງການຕ່າງປະເທດລາວ ແລະ ສະຖານທູດຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການສະໜັບ ສະໜູນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ຂອງ ສປປ ລາວ ກັບພາກພື້ນ ແລະ ສາກົນ, ຫັນຈາກປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດເຊື່ອມຈອດ, ໂດຍສະເພາະແມ່ນການເຊື່ອມຈອດເສັ້ນທາງຄົມມະນາຄົມທາງອາກາດ. ພ້ອມດຽວ ກັນນີ້, ຍັງຈະເປັນການພັດທະນາເສດຖະກິດດ້ວຍການຍົກລະ ດັບຄຸນນະພາບຂອງການບໍລິການສະໜາມບິນ ແລະ ເພີ່ມຂີດຄວາມອາດສາມາດໃນການຮັບຮອງຜູ້ໂດຍສານ.
ແຫຼ່ງຂ່າວ: LNR