ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງ ເມືອງ ຕົ້ນເຜິ້ງ ພ້ອມຄະນະ ແລະ ຂະແໜງການກ່ຽວຂ້ອງ ລົງຕິດ ຕາມຊຸກຍູ້ ການປູກຝັງ-ລ້ຽງສັດ ຢູ່ສວນຂອງ ທ່ານ ວຽງໄຊ ແລະ ທ່ານນາງ ທອງດີ ແສງວາລີ ປະຊາຊົນບ້ານໃຫຍ່ ນໍ້າເກິ່ງເກົ່າ, ເມືອງ ຕົ້ນເຜິ້ງ ເຊິ່ງເປັນຄອບຄົວຕົວແບບການປູກ-ການລ້ຽງ ເພື່ອສາມາດຕອບສະໜອງໃຫ້ພຽງພໍ ກັບຄວາມຕ້ອງການຂອງຕະຫລາດ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນ ຕິດພັນກັບການປະຕິບັດແຈ້ງການ ເລກທີ 083 ຂອງຫ້ອງວ່າການ ເມືອງ ຕົ້ນເຜິ້ງ ກ່ຽວກັບການໂຈະຊົ່ວຄາວ ການນໍາເຂົ້າສິນຄ້າປະເພດປາ ຈາກປະເທດເພື່ອນບ້ານ ເນື່ອງຈາກການລ້ຽງປາສາມາດຜະລິດ ແລະ ຕອບສະໜອງໃຫ້ແກ່ສັງຄົມບໍລິໂພກໃນຕົ້ນປີ 2022 ນີ້ ເຊິ່ງການລ້ຽງປາ ຂອງຄອບຄົວ ທ່ານນາງ ທອງດີ ແລະ ຄອບຄົວອື່ນໆຈໍານວນໜຶ່ງ ແມ່ນມີຄວາມພ້ອມ ໃນການສະໜອງອອກຈໍາໜ່າຍເປັນສິນຄ້າຈໍານວນຫລາຍຮ້ອຍໂຕນ.

ທ່ານນາງ ທອງດີ ແສງວາລີ ໄດ້ໃຫ້ຮູ້ວ່າ: ຍ້ອນມີຄວາມຮັກມັກໃນອາຊີບ ການປູກຝັງ-ລ້ຽງສັດ, ໃນປີ 2017 ຄອບຄົວໄດ້ເລີ່ມບູກເບີກທີ່ດິນ 68 ເຮັກຕາ ເພື່ອປູກຕົ້ນໄມ້ໃຫ້ໝາກປະເພດໝາກຖົ່ວລຽນ, ໝາກເງາະ, ໝາກມີ້ ແລະ ໝາກກ້ຽງ ໂດຍໄດ້ເລີ່ມລົງມືປູກໃນປີ 2018 ໃນເນື້ອທີ່ 50 ກວ່າເຮັກຕາ, ມາຮອດປີ 2021 ຍ້ອນມີຄວາມຮັກມັກໃນການປູກຝັງລ້ຽງສັດຢູ່ແລ້ວ ປະກອບກັບເປັນໄລຍະພັກ – ລັດໄດ້ມີນະໂຍບາຍ ສົ່ງເສີມການຜະລິດ ເພື່ອສົ່ງເສີມການຊົມໃຊ້ສິນຄ້າພາຍໃນ ຫລຸດຜ່ອນການນໍາເຂົ້າສິນຄ້າປະເພດທີ່ບໍ່ຈໍາເປັນ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ຕົນເອງ ແລະ ຄອບຄົວຈຶ່ງໄດ້ຂຸດໜອງເພື່ອລ້ຽງປາ ຈໍານວນ 17 ໜອງ ໃນເນື້ອທີ່ກວ່າ 8 ເຮັກຕາ.

ທ່ານນາງ ທອງດີ ແສງວາລີ ຍັງໃຫ້ຮູ້ອີກວ່າ: ສຳລັບຂໍ້ຫຍຸ້ງຍາກ ໃນການປູກຝັງ-ລ້ຽງສັດ ແມ່ນບັນຫາການນໍາເຂົ້າຫົວອາຫານສັດ ທີ່ມີຕົ້ນທຶຍນໍາເຂົ້າສູງ ແລະ ຍັງຂາດ ພາະຫະນະ, ອຸປະກອນ ເຕັກໂນໂລຊີທັນສະໄໝ ເພື່ອນໍາໃຊ້ເຂົ້າໃນການຜະລິດ ໂດຍໄດ້ສະເໜີໃຫ້ເມືອງ ຊ່ວຍປະສານກັບພາກສ່ວນກ່ຽວຂ້ອງ ເພື່ອມີນະໂຍບາຍຫລຸດຜ່ອນອັດຕາພາສີການນໍາເຂົ້າ.
ປັດຈຸບັນ, ຈໍານວນປາທິ່ລ້ຽງ ແມ່ນພ້ອມແລ້ວທີ່ຈະສະໜອງ ອອກນໍາໜ່າຍເປັນສິນ ຄ້າ ຈໍານວນ 40 ກວ່າໂຕນ ເຊິ່ງຈະໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ລົງເກັບກຳຂໍ້ມູນລູກຄ້າ, ທັງລູກຄ້າຄົນກາງ ແລະ ລູກຄ້າຕາມທ້ອງຕະຫລາດພາຍໃນເມືອງ, ຕະຫລາດເຂດເສດຖະກິດພິເສດສາມຫລ່ຽມຄຳທີ່ຈະຮັບຊື້ປາໄປຈຳໜ່າຍຕໍ່.
