ພິທີປະກາດຍົກລະດັບດ່ານທ້ອງຖິ່ນບ້ານວັງເປັນດ່ານສາກົນຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລານີ້ ທີ່ດ່ານດັ່ງກ່າວ ໂດຍມີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ກິດຕິຄຸນ ບຸດຄຸນ ຮອງຜູ້ວ່າ: ຣາຊະການຈັງຫວັດເລີຍ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາພັນ ສິດທິດຳພາ ໄດ້ມີຄໍາເຫັນວ່າ: ການເປີດດ່ານສາ ກົນບ້ານວັງ ຈະສ້າງໂອກາດອັນດີເພື່ອບໍລິການຮັບໃຊ້ນັກທຸລະກິດຜູ້ປະກອບການ, ປະຊາຊົນ ຂອງສອງປະເທດລາວ-ໄທ, ໄທ-ລາວ ເວົ້າສະເພາະແຂວງວຽງຈັນ ກັບຈັງ ຫວັດເລີຍ ໃຫ້ມີຄວາມໃກ້ຊິດ, ມີຄວາມສໍາພັນຮ່ວມມືກັນຢ່າງແໜ້ນແຟ້ນຍິ່ງຂຶ້ນ, ສ້າງຄວາມສະ ດວກ ສະບາຍກວ່າເກົ່າ ໃນການໄປມາຫາສູ່ ພົບປະຢ້ຽມຢາມທ້ອງທ່ຽວ ແລກປ່ຽນຊື້-ຂາຍສິນຄ້າ ນາໆພັນ.

ໃນໂອກາດນີ້, ທ່ານ ຄໍາພັນ ສິດທິດຳພາ ຍັງໄດ້ຮຽກຮ້ອງມາ ຍັງບັນດາພະແນກການ, ອົງການ, ເມືອງໝື່ນ ເວົ້າສະເພາະ ຄະນະຮັບຜິດຊອບດ່ານ ພ້ອມທັງເຈົ້າໜ້າທີ່ ທຸກພາກສ່ວນທີ່ກ່ຽວ ຂ້ອງ ຈົ່ງເປັນເຈົ້າການບໍລິການ, ຄຸ້ມຄອງ, ບໍລິຫານຈັດການດ່ານ, ບໍລິການຮັບໃຊ້ ວ່ອງໄວ ໂປ່ງໃສ ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ, ພ້ອມກັນສືບຕໍ່ ບາງຫນ້າວຽກທີ່ກ່ຽວຂ້ອງໃຫ້ມີຜົນສໍາເລັດ ເປັນຕົ້ນ: ສືບຕໍ່ພົວພັນປະສານສົມທົບ ດ່ານສາກົນບ້ານວັງ ແລະ ຈຸດຜ່ານແດນຖາວອນຄົກໄຜ່ ຂອງຣາຊະອານາຈັກໄທ ໃຫ້ມີການພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ ດ້ານຕ່າງໆໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ອື່ນໆ.

ສໍາລັບດ່ານທ້ອງຖິ່ນບ້ານວັງ ເປັນດ່ານຊາຍແດນທາງແມ່ນໍ້າຂອງ, ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 23 ກັນຍາ 1993, ຕັ້ງຢູ່ເຊິ່ງໜ້າກັບຈຸດຜ່ານແດນຖາວອນ (ດ່ານສາກົນ) ບ້ານໂຄກໄຜ່ ອໍາເພີປາກຊົມ ຈັງຫວັດເລີຍ. ດ່ານທ້ອງ ຖິ່ນບ້ານວັງ ຕັ້ງຢູ່ຫ່າງຈາກເທດສະບານເມືອງໝື່ນປະມານ 39 ກິໂລແມັດ ແລະ ຫ່າງຈາກເທດ ສະບານແຂວງວຽງຈັນ 170 ກິໂລແມັດ ເປັນຈຸດດຽວກັນກັບບໍລິເວນ ທີ່ຄາດຄະເນຈະສ້າງຂົວມິດຕະພາບ ລະຫວ່າງ ແຂວງວຽງຈັນ-ຈັງຫວັດເລີຍ ໃນຕໍ່ໜ້າ.