ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກຳມະການແຫ່ງຊາດຕ້ານເອດ ໃຫ້ຮູ້ໃນໂອກາດມີຄໍາເຫັນຕໍ່ກອງປະຊຸມການຕິດຕາມຂອງຄະນະກຳມະການແຫ່ງຊາດຕ້ານເອດ ໃນການຈັດຕັ້ງປະຕິບັດຂອງຄະນະກຳມະການຕ້ານເອດແຂວງ ສະຫວັນນະເຂດ ຈັດຂຶ້ນໃນວັນທີ 4 ຕຸລາ 2024 ທີ່ຫ້ອງປະຊຸມພັດຕະຄານດາວຮຸ່ງ ວ່າ: ນັບແຕ່ປີ 1990 ມາຮອດເດືອນ 6 ປີ 2024 ທົ່ວປະເທດມີຜູ້ຕິດເຊື້ອເຮສໄອວີສະສົມທັງໝົດ 21,665 ຄົນ, ຜູ້ຕິດເຊື້ອເຮສໄອວີ ຍັງມີຊີວິດ 15,884 ຄົນ, ເປັນພະຍາດເອດ 7,264 ຄົນ ແລະ ເສຍຊີວິດແລ້ວ 5,781 ຄົນ.

ໃນນີ້ ສະເພາະ 6 ເດືອນຕົ້ນປີ 2024 ໄດ້ກວດບົ່ງມະຕິວ່າຕິດເຊື້ອເຮສໄອວີແມ່ນ 977 ຄົນ. ຜູ້ຕິດເຊື້ອເຮສໄອວີຢູ່ລາວ ໂດຍລວມມີທ່າອ່ຽງເພີ່ມຂຶ້ນ.
ແຫຼ່ງຂ່າວ: MediaLAOS