ເດືອນສິງຫາ 2024 ລາວຂາດດຸນການຄ້າ 129 ລ້ານໂດລາ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ໃນເດືອນສິງຫາ 2024 ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະມານ 1ຕື້ 211 ລ້ານໂດລາສະຫະລັດ, ໃນນັ້ນ ສິນຄ້າສົ່ງອອກປະຕິບັດໄດ້ ປະມານ 541 ລ້ານໂດລາ, ສິນຄ້ານຳເຂົ້າ 670 ລ້ານໂດລາ ຂາດດຸນການຄ້າ 129 ລ້ານໂດລາ, ເຊິ່ງໃນນີ້ບໍ່ໄດ້ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ.

ສຳລັບສິນຄ້າສົ່ງອອກຕົ້ນຕໍມີ: ເຄື່ອງໃຊ້ໄຟຟ້າ, ຄໍາປະສົມ, ຢາງພາລາ, ເຈ້ຍ, ແຮ່ທອງ, ເຍື່ອໄມ້, ນໍ້າຕານ, ເກືອກາລີ, ແປ້ງມັນຕົ້ນ ແລະ ມັນຕົ້ນ; ສ່ວນສິນຄ້ານໍາເຂົ້າຕົ້ນຕໍມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ເຄື່ອງໄຟຟ້າ, ເຫລັກ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຊິ້ນສ່ວນອາໄຫລ່ລົດ, ນໍ້າມັນແອັດຊັງ ແລະ ເຄື່ອງດື່ມ.

ປະເທດທີ່ສົ່ງອອກຕົ້ນຕໍ ແມ່ນ ຫວຽດນາມ, ຈີນ, ໄທ, ສ.ອາເມລິກາ ແລະ ສະວິດເຊີແລນ; ສ່ວນປະເທດນໍາເຂົ້າຕົ້ນຕໍ ແມ່ນ ໄທ, ຈີນ, ຫວຽດນາມ, ສ.ອາເມລິກາ ແລະ ຍີ່ປຸ່ນ.

error: Content is protected !!