CP ALL SCHOLARSHIP ໃຫ້ຫຼາຍກວ່າທຶນການສຶກສາ

ທຶນການສຶກສາ CP ALL SCHOLARSHIP ເປັນທຶນການສຶກສາຂອງ ສະຖາບັນການຈັດການ ປັນຍາພິວັດ Panyapiwat Institute of Management ຫຼື PIM ທີ່ເປັນໜຶ່ງໃນສະຖາບັນການສຶກສາ ທີ່ຢູ່ໃນເຄືອຂອງ ບໍລິສັດ ຊີພີ ອໍລ໌ ຈໍາກັດ ມະຫາຊົນ (CP ALL) ແຫ່ງຣາຊອານາຈັກໄທ ເຊິ່ງໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໂດ່ງດັງ ລະດັບແຖວໜ້າ ໃນພາກພື້ນອາຊຽນ ແລະ ສາກົນ ພາຍໃຕ້ຫຼັກສູດມາດຕະຖານສາກົນ ທີ່ມີຄຸນນະພາບສູງ ໂດຍໄດ້ຢັ້ງຢືນໃຫ້ເຫັນວ່າ ມີນັກສຶກສາລາວຈໍານວນບໍ່ໜ້ອຍ ໄດ້ສໍາເລັດຈາກສະຖາບັນແຫ່ງນີ້ ມີຄຸນນະພາບຈິງ, ໄດ້ອາຊີບວ່ອງໄວ ແລະ ມີເງິນເດືອນທີ່ດີ.

ໂດຍ ສະຖາບັນ ປັນຍາພິວັດ ແຫ່ງນີ້ ໄດ້ປະກາດໃຫ້ທຶນການສຶກສາໃນຫຼາຍໆປະເທດ ລວມທັງປະເທດລາວ ທີ່ໄດ້ຮັບທຶນ 60 ທຶນຕໍ່ປີ ໃນໂຄງການ CP ALL SCHOLARSHIP FOR LAOS ໂດຍໄດ້ເລີ່ມໃຫ້ທຶນມາແຕັ້ງແຕ່ປີ 2019 ເປັນຕົ້ນມາ; ໂດຍມີນັກສຶກສາລາວ ທີ່ໄດ້ສໍາເລັດການສຶກສາ ຈາກສະຖາບັນແຫ່ງນີ້ໄປແລ້ວ 186 ຄົນ, ໃນນັ້ນປະກອບມີ: ປະລິນຍາຕີ 176 ຄົນ, ປະລິນຍາໂທ 10 ຄົນ.

ໂດຍຫຼັກໆ ໃນການໃຫ້ທຶນການສຶກສາຂອງ ບໍລິສັດ ຊີພີ ອໍລ໌ ນີ້ ກໍແມ່ນເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ຕອບແທນສັງຄົມ, ຊ່ວຍເຫຼືອສົ່ງເສີມການພັດທະນາການສຶກສາລາວ, ສ້າງບຸກຄະລາກອນລາວ ໃຫ້ມີຄຸນນະພາບເທົ່າທຽມສາກົນ ແລະ ສາມາດແຂ່ງຂັນກັບນາໆ ຊາດໄດ້ຢ່າງແທ້ຈິງ.

ດ້ານ ນາງ ອ່ອນຈັນ ວົງມາລາ, Assistant Store Manager 7-Eleven ສາຂາທຳອິດໃນລາວ ກ່າວວ່າ: ນ້ອງເອງໄດ້ຈົບການສຶກສາຈາກ ສະຖາບັນການຈັດການປັນຍາພິວັດ ລະດັບປະລິນຍາຕີ ສາຂາບໍລິຫານທຸລະກິດ ໂດຍໄດ້ຮັບທຶນຈາກ CP ALL SCHOLARSHIP ໃນປີ 2019. ນ້ອງຮູ້ຈັກທຶນນີ້ໄດ້ຈາກເອື້ອຍແນະນຳວ່າເປັນທຶນຂອງ CP ALL ນ້ອງສົນໃຈກໍເລີຍສະໝັກຂໍທຶນ ແລະ ກໍໂຊກດີທີ່ໄດ້ຮັບທຶນນີ້.

ສຳລັບຕອນທີ່ນ້ອງໄປຮຽນນັ້ນ. ທາງສະຖາບັນໄດ້ຈັດໃຫ້ມີທັງການຮຽນ ແລະ ເຮັດວຽກຕົວຈິງຄວບຄູ່ໄປນຳ ເຊິ່ງມັນເຮັດໃຫ້ນ້ອງໄດ້ມີທັກສະໃນການເຮັດວຽກຫຼາຍຂຶ້ນ ເມື່ອຈົບອອກມາກໍສາມາດເຮັດວຽກໄດ້ເລີຍ.

ສ່ວນເລື່ອງຊີວິດການເປັນຢູ່ໃນສະຖາບັນຕອນທີ່ນ້ອງຮຽນນັ້ນ ກໍມີຄວາມເປັນກັນເອງຫຼາຍ ມີຫຍັງກໍຊ່ວຍເຫຼືອກັນ ນອກຈາກເພິ່ນຈະໃຫ້ທຶນຮຽນຈົນຈົບແລ້ວ ເພິ່ນຍັງໃຫ້ເງິນເດືອນໃນຊ່ວງທີ່ຍັງບໍ່ທັນໄດ້ລົງຝຶກງານນຳອີກ ເວົ້າໄດ້ວ່າຊ່ວຍແຕ່ຕົ້ນຈົນຈົບໂດຍທີ່ບໍ່ໄດ້ເດືອດຮ້ອນທາງບ້ານຝາກເງິນມາໃຫ້.

ນາງ ກີຕ້າ ສິລິປັນຍາ (KITAR SILIPANYA

HR OFFICER) ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ

ໄດ້ໃຫ້ສໍາພາດວ່າຊີວິດເລີ່ມຈາກເດັກນ້ອຍທີ່ມີໂອກາດການສຶກສາຂ້ອນຂ້າງໜ້ອຍຢູ່ເຂດນອກເມືອງ ໃນເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ເມື່ອຈົບການສຶກສາ ມັດທະຍາຍົມຕອນປາຍ ແລະ ໄດ້ຮັບທຶນການສຶກສາຈາກບໍລິສັດ ຊີພີ ອໍລ໌ ໄປຮຽນຕໍ່ລະດັບປະລິນຍາຕີ, ຄະນະບໍລິຫານທຸລະກິດ, ສາຂາຈັດການ ທຸລະກິດ-ການຄ້າສະໄໝໃໝ່ ໃນປະເທດໄທ ເຊິ່ງຜູ້ກ່ຽວເປັນໜຶ່ງທີ່ໄດ້ສໍາເລັດການສຶກສາ ແລະ ໄດ້ຮັບກຽດນິຍົມອັນດັບທີ 1 ໄດ້ໃຫ້ສໍາພາດວ່າ: ກ່ອນໜ້ານັ້ນບໍ່ຄິດບໍ່ຝັນວ່າຈະໄດ້ຮັບທຶນ ແລະ ໄດ້ໄປຮຽນຢູ່ຕ່າງປະເທດ ເບື້ອງຕົ້ນກໍໄດ້ຮຽນຢູ່ບ້ານເຮົາຕາມພາສາຊາວບ້ານ, ຕໍ່ມາໄດ້ເຫັນເພີ່ນປະກາດສະໝັກທຶນຮຽນຕໍ່ຢູ່ໄທເລີຍຕັດສິນໃຈລອງສະໝັກ ແລະ ບັງເອີນໄດ້ຮັບທຶນມາຮຽນຢູ່ສະຖາບັນປັນຍາພິວັດ (PIM) ນີ້ ແລະ ຍອມຮັບວ່າລະບົບການສຶກສາມີຄວາມແຕກຕ່າງຫລາຍໂດຍສະເພາະຫຼັກສູດການສຶກສາເປັນສາກົນ, ສະຖານທີ່ຮຽນເປັນອາຄານຮຽນໃຫຍ່ຫຼາຍ, ອຸປະກອນການຮຽນ – ການສອນຄົບຊຸດທັນສະໄໝ, ຄູອາຈານທັງພາຍໃນ – ຕ່າງປະເທດລ້ວນແຕ່ມີຄົນເກັ່ງໆ, ມີວິໄນ-ມີລະບຽບແບບແຜນສໍາລັບການຮຽນ-ການສອນຄົບຊຸດ, ຮຽນໄປນໍາເຮັດວຽກຕົວຈິງໄປນໍາ. ພ້ອມດຽວກັນນັ້ນ, ໃນໄລຍະເວລາສຶກສາຮໍ່າຮຽນຢູ່ທີ່ນີ້ກໍໄດ້ຮັບເງິນເດືອນທຸກເດືອນບໍ່ຕໍ່າກວ່າ 5 ພັນບາດຕໍ່ເດືອນ ຫຼື ຫຼາຍກວ່ານັ້ນຂຶ້ນກັບລະດັບການສຶກສາ, ໃນໄລຍະການລົງໄປຝຶກງານຕາມຮ້ານສະດວກຊື້ຕ່າງໆກໍໄດ້ຮັບເງິນເດືອນອີກເປັນປົກກະຕິ ເຊິ່ງເປັນແຮງດຶງດູດ ແລະ ຈູງໃຈຫຼາຍເຮັດໃຫ້ເຮົາມີຄວາມກະຕືລືລົ້ນຢາກເຮັດແຕ່ວຽກ ແລະ ມີຄວາມຮັບຜິດຊອບສູງ.

ນາງ ນິຊາ ຂັນຕິສຸກ, ອາຍຸ 21 ປີ ນັກສຶກສາປີທີ 3, ຄະນະບໍລິຫານທຸລະກິດ ສາຂາຈັດການທຸລະກິດຄ້າປີກ (ຍ່ອຍ) ສະໄໝໃໝ່, ລະດັບປະລິນຍາຕີບອກວ່າສິ່ງທໍາອິດຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະນໍາຂອງບໍລິສັດ ຊີພີ ອໍລ໌ ຈໍາກັດມະຫາຊົນ (CP ALL) ແຫ່ງຣາຊອານາຈັກໄທໄດ້ມອບໂອກາດດີໆ ແລະ ທຶນການສຶກສາໃຫ້ຕົນເອງ ເຊິ່ງເຮັດໃຫ້ຂ້າພະເຈົ້າເອງຈາກເດັກບ້ານນອກໄດ້ກ້າວຂາເຂົ້າມາສຶກສາຮໍ່າຮຽນຢູ່ສະຖາບັນປັນຍາພິວັດ (PIM) ນີ້. ຖ້າເວົ້າຢ້ອນເວລາກັບຄືນອະດີດຜ່ານມາເປັນ ຄົນບໍ່ກ້າປາກເວົ້າ ແລະ ບໍ່ກ້າສະແດງອອກຕໍ່ໜ້າມວນຊົນ ແຕ່ໄດ້ມາຮຽນທີ່ນີ້ແລ້ວຍອມຮັບຈາກໃຈວ່າເພີ່ນໄດ້ຫຼໍ່ຫຼອມຄົນໃຫ້ເກັ່ງແທ້ໆດ້ວຍຄວາມຮູ້, ຄວາມສາມາດ ແລະ ທັກສະການສ້າງອາຊີບແນ່ນອນ ເຊິ່ງຄຸ້ມຄ່າທີ່ໄດ້ຮຽນ ນອກຈາກນັ້ນເລື່ອງການໃຫ້ສະຫວັດດີການ ແລະ ການເບິ່ງແຍງຊີວິດການເປັນຢູ່ຂອງນັກຮຽນກໍດີຫລາຍບໍ່ມີທີ່ຕິເລີຍ ຕົວຢ່າງ ຄ່າອຸປະກອນການຮຽນ, ເງິນເດືອນກໍໄດ້ 5 ພັນບາດຕໍ່ເດືອນ, ລົງໄປຝຶກງານຕາມສາຂາຮ້ານສະດວກຊື້ 7-Eleven ຕ່າງໆເພີ່ນກໍຄິດໄລ່ເງິນເດືອນໃຫ້ອີກ 10 ພັນບາດຕໍ່ເດືອນ. ສະຫຼຸບແລ້ວມີແຕ່ສິ່ງດຶງດູດ ແລະ ເຮັດໃຫ້ເຮົາມີກໍາລັງໃຈຮຽນ, ມີກໍາລັງເຮັດວຽກຢ່າງບໍ່ຮູ້ອິດບໍ່ເມື່ອຍ.

ຖ້າຫາກວ່າເຮົາຮຽນຈົບຈາກສະຖາບັນດັ່ງກ່າວແລ້ວເພີ່ນກໍບໍ່ໄດ້ບັງຄັບວ່າຈະຕ້ອງເຮັດວຽກໃຫ້ໃນເຄືອຊີພີຢ່າງດຽວ ແຕ່ຂຶ້ນກັບນັກສຶກສາເອງເປັນຜູ້ເລືອກ ເນື່ອງຈາກວ່າສະຖາບັນປັນຍາພິວັດ (PIM) ເປັນບ່ອນຝຶກຜົນຫຼໍ່ຫຼອມ ແລະ ພັດທະນາບຸກຄະລາກອນໃຫ້ມີຄຸນນະພາບຮັບໃຊ້ສັງຄົມ ແລະ ເກີດຜົນປະໂຫຍດສູງສຸດຕໍ່ສ່ວນລວມ.

ສະເພາະນ້ອງເອງຖ້າຈົບຢູ່ນີ້ແລ້ວຖ້າບໍ່ມີທຶນເຮັດທຸລະກິດເປັນຂອງຕົນເອງຈະສືບຕໍ່ສະໝັກເຮັດວຽກນໍາເພີ່ນເລີຍໂດຍສະເພາະຢູ່ຮ້ານສະດວກ 7-Eleven ຫຼື ເຄືອຂ່າຍທຸລະກິດປິ່ນອອ້ມຂອງເພີ່ນໂດຍເຊື້ອໝັ້ນວ່າໃນເຄືອບໍລິສັດຂອງເພີ່ນໄດ້ຮັບເງິນເດືອນດີ, ສະຫວັດດີການດີ ແລະ ມີການຍົກລະດັບຄວາມຮູ້ໃຫ້ພະນັກງານຕະຫຼອດເວລາ.

ສ່ວນ ທ້າວ ຄໍາປັນ ສີລາເພັດ, ອາຍຸ 20 ປີ, ເດີນທາງມາຈາກພາກໃຕ້ຂອງ ສປປ ລາວ, ເມືອງໂຂງ ແຂວງຈໍາປາສັກ ບອກວ່າເຖິງແມ່ນນ້ອງຫາກໍມາຮຽນຢູ່ສະຖານບັນນີ້ພຽງ 1 ປີກວ່າກໍຮູ້ສຶກໄດ້ເຖິງການຕ້ອນຮັບທີ່ມີຄວາມອົບອຸ່ນ, ເປັນກັນເອງ ແລະ ໃຫ້ເບິ່ງແຍງໄດ້ດີຫຼາຍ. ສະນັ້ນ, ການຮຽນຢູ່ທີ່ນີ້ບໍ່ມີວັນໜ້າເບື່ອ ແລະ ຕື່ນເຕັ້ນຕະຫຼອດເພາະຄູອາຈານເປັນມືອາຊີບລະດັບສາກົນແທ້ໆເພາະການຮຽນ-ການສອນເພີ່ນເນັ້ນທິດສະດີ ແລະ ຕົວຈິງຄວບຄູ່ກັນ ຖ້າເຮົາຂັດຂ້ອງໃນການຮຽນຈະມີອາຈານມານັ່ງຄຽງຂ້າງໃຫ້ຄໍາແນະນໍາ ແລະ ບອກສອນຢ່າງໃກ້ຊິດ ດັ່ງທີ່ຮູ້ປະເທດໄທເປັນບ້ານໃກ້ເຮືອນຄຽງມີພາສາປາກເວົ້າ ແລະ ຮີດຄອງປະເພນີວັດທະນະທໍາຄ້າຍຄືກັນ ເຊິ່ງການດໍາລົງຊີວິດຂອງຄົນລາວກໍຄ້າຍກັບຄົນໄທຄືກັນບໍ່ແຕກຕ່າງຫຍັງ ນອກຈາກນັ້ນຄົນໄທກໍຮັກນັກສຶກສາລາວ ແລະ ຊ່ວຍເຫຼືອກັນຢ່າງໃກ້ຊິດ. ໃນອະນາຄົດ ຖ້າມີພີ່ນ້ອງຖາມເລື່ອງໄປຮຽນ ຕໍ່ຢູ່ຕ່າງປະເທດນັ້ນນ້ອງຈະແນະນໍາໃຫ້ມາຮຽນທີ່ນີ້ ເພາະສະຖາບັນປັນຍາພິວັດ (PIM) ດີທີ່ສຸດ ນອ້ງເວົ້າແບບນີ້ກໍບໍ່ໝາຍວ່າຍົກຍ້ອງບ່ອນຮຽນ ແຕ່ເປັນຄວາມຈິງສໍາຜັດໄດ້ຕົວຈິງ.

ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ, ຮອງກໍາມະການຜູ້ຈັດການອາວຸໂສຂອງບໍລິສັດ ຊີພີ ອໍລ໌ ຈໍາກັດ (ມະຫາຊົນ) ໃຫ້ສໍາພາດວ່າ: ການເຂົ້າມາດໍາເນີນທຸລະກິດໃນ ສປປ ລາວ ເປັນການຕັດສິນໃຈທີ່ຖືກຕ້ອງແລ້ວ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານລາວ, ສອງລັດຖະບານລະຫວ່າງລາວ-ໄທຢ່າງແທ້ຈິງຄື, ພວກເຮົາເຂົ້າມາດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ແລະ ທຸລະກິດປິ່ນອອ້ມຢູ່ ສປປ ລາວນັ້ ນໄດ້ຖືເອົາຜົນປະໂຫຍດ 3 ຢ່າງຄວບຄູ່ກັນຄື: ລັດໄດ້, ບໍລິສັດໄດ້ ແລະ ປະຊາຊົນໄດ້. ພວກເຮົາຈະບໍ່ຖິ້ມໃຜໄວ້ຢູ່ເບື້ອງຫຼັງ. ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດທີ່ນີ້ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ, ສ້າງວຽກເຮັດງານທໍາໃຫ້ຄົນລາວ, ສ້າງໂອກາດດີເຮັດໃຫ້ຄົນລາວໄດ້ເຂົ້າເຖິງການສຶກສາ, ສ້າງທັກສະວິຊາອາຊີບໃຫ້ຄົນລາວມີຄວາມຊໍານິຊໍານານ ແລະ ອື່ນໆເພື່ອຄວາມເຂັ້ມແຂງທີ່ຍືນຍົງ.

ຜ່ານມາເຖິງແມ່ນວ່າມີຂ່າວເສດຖະກິດຂອງລາວພົບບັນຫາຫຍຸ້ງຍາກເງິນເຟີ້ ແລະ ຄ່າຄອງຊີບແພງແຕ່ພວກເຮົາເຊື່ອໝັ້ນວ່າເສດຖະກິດຂອງລາວຍັງມີທ່າແຮງບົ່ມຊ້ອນສູງ ແລະ ຈະຟື້ນຕົວຢ່າງວ່ອງໄວ ແຕ່ສິ່ງສໍາຄັນຄົນລາວມີຈິດໃຈດີງາມເອື້ອເຜື້ອເພື່ອແຜ່, ມີນໍ້າໃຈອົດທົນ ແລະ ຍິ້ມແຍ້ມແຈມໃສດີ ຍົກຕົວຢ່າງນ້ອຍໆມີພະນັກງານເປັນ ຄົນລາວທີ່ເຂົ້າມາເຮັດວຽກຢູ່ຮ້ານສະດວກຊື້ 7-Eleven ຕາມສາຂາຕ່າງໆ ເຊິ່ງເຂົາເຈົ້າມີຄວາມເອົາໃຈໃສ່ ຫ້າວຫັນ ເຊື່ອຟັງ ແລະ ອົດທົນຫຼາຍ, ສ່ວນຜູ້ໄດ້ຮັບທຶນການສຶກສາມາຮຽນຢູ່ໄທກໍລ້ວນແຕ່ເປັນຄົນມີຄວາມຕັ້ງໃຈຮໍ່າຮຽນ, ຮຽນດີຮຽນເກັ່ງຈົນກາຍເປັນນັກຮຽນໄດ້ຮັບກຽດນິຍົມອັນດັບທີ 1 ຢູ່ສະຖານບັນນີ້, ລອງວາດພາບເບິ່ງວ່າມີນັກຮຽນຫລາຍພັນຄົນຈາກຕ່າງປະເທດມາຮຽນທີ່ນີ້ບໍ່ແມ່ນເລື່ອງງ່າຍ ແຕ່ນັກຮຽນຈາກລາວຍາດໄດ້ ນັກຮຽນດີຮຽນເກັ່ງຖືວ່າສຸດຍອດແລ້ວ.

ປັດຈຸບັນນີ້, ຮ້ານສະດວກ 7-Eleven ເປັນສ່ວນໜຶ່ງທຸລະກິດຂອງພວກເຮົາກຳລັງດໍາເນີນຢູ່ ສປປ ລາວ ເຊິ່ງເຕີບໃຫຍ່ຂະຫຍາຍຕົວດ້ວຍຄຸນນະພາບ ແລະ ຄວາມເຊື່ອໝັ້ນສູງພໍສົມຄວນຈາກຈຸດເລີ່ມຕົ້ນພຽງ 1 ສາຂາແລ້ວສືບຕໍ່ຂະຫຍາຍຂຶ້ນຕື່ມເຖິງ 6-7 ຮ້ານ ຫຼື ສາຂາ ແລະ ຈະສືບຕໍ່ຂະຫຍາຍໄປບັນດາແຂວງຕ່າງໆທີ່ມີທ່າແຮງບົ່ມຊ້ອນເພື່ອຮັບປະກັນວ່າປະຊາຊົນລາວບັນດາເຜົ່າ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈະໄດ້ຮັບໂອກາດການເຂົ້າເຖິງສິນຄ້າທີ່ມີຄຸນນະພາບສູງມາດຕະຖານສາກົນ ແລະ ຄາລາສົມເຫດສົມຜົນ. ດ້ວຍເຫດນັ້ນ ພວກເຮົາກໍ ມີຄວາມຈໍາເປັນຕ້ອງຜະລິດ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບໄປຄວບຄູ່ກັນເພື່ອຮອງຮັບການຂະຫຍາຍຕົວຢ່າງມີໄລຍະສໍາຄັນ. ໃນອະນາຄົດ ສປປ ລາວ ມີເສັ້ນທາງລົດໄຟລາວ-ຈີນ, ມີຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ, ມີເສັ້ນທາງສາຍການບິນຫລາຍສາຍ ແລະ ມີການລົງທຶນກັບສາກົນເພີ່ມຂຶ້ນເລື້ອຍໆນັ້ນຈະຊ່ວຍສ້າງໂອກາດດີຢ່າງແນ່ນອນ ແລະ ເສດຖະກິດຂອງລາວຈະເຂັ້ມແຂງ.

ຖ້າທ່ານໃດມີຄວາມສົນໃຈຢາກສະໝັກຂໍທຶນໄປຮຽນຕໍ່ຢູ່ສະຖາບັນ PIM ສາມາດເຂົ້າໄປເບິ່ງລາຍລະອຽດໄດ້ຕາມເວັບໄຊ www.pim.ac.th

error: Content is protected !!