11 ບ້ານ ເມືອງນາໝໍ້ ແຂວງອຸດົມໄຊ ຄື: ບ້ານນາຂາມ, ບ້ານຫົວນໍ້າຂາມເໜືອ-ໃຕ້, ບ້ານປາງດູ່, ບ້ານປາງທອງ, ບ້ານຫ້ວຍຊາງ, ບ້ານນໍ້າແພງ, ບ້ານນາໂຮມ, ບ້ານຫົວນາ, ບ້ານນໍ້າແດງ, ບ້ານປາງສະບັດ ແລະ ບ້ານພູສະຖີ ບໍ່ມີໄຟຟ້າຊົມໃຊ້ ເນື່ອງຈາກໄດ້ຮັບຜົນກະທົບຈາກພາຍຸ ຢາກິ ທີ່ພັດເຂົ້າແຂວງອຸດົມໄຊ ເຊິ່ງເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນ ໃນວັນທີ 9 ກັນຍາ 2024 ແລະ ມີຕົ້ນໄມ້ໃຫຍ່ລົ້ມທັບຕາຂ່າຍໄຟຟ້າ 22 ກິໂລໂວນ ຢູ່ຫລັກ 59 ເມືອງນາໝໍ້ ເຮັດໃຫ້ເສົາໄຟຟ້າຫັກ 1 ຕົ້ນ ແລະ ອຸປະກອນໄຟຟ້າເປ່ເພຈຳນວນໜຶ່ງ.
ປັດຈຸບັນ, ທາງຫ້ອງການໄຟຟ້າປະຈຳເມືອງນາໝໍ້ ພວມສຸມກຳລັງເຂົ້າສ້ອມ ແປງ ຖ້າຫາກວ່າສະພາບການເອື້ອອຳນວຍ ຈະສາມາດສ້ອມແປງສຳເລັດ ແລະ ສົ່ງກະແສໄຟຟ້າຄືນໃນໄວໆນີ້.

