ແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ຢາກິ (Super Typhoon YAGI) ສະບັບທີ: 4

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ສະບັບທີ 4 ວ່າ: ພາຍຸໄຕ້ຝຸ່ນ ຢາກິ (Super Typhoon YAGI) ໃນເວລາ 10 ໂມງ 50 ຂອງວັນທີ 7 ກັນຍາ 2024, ມີຈຸດສູນກາງໃນເສັ້ນຂະຫນານທີ 20 ອົງສາເໜືອ ແລະ ເສັ້ນແວງທີ່ 107.6 ອົງສາຕາເວັນອອກ ແລະ ມີ ລົມແຮງສຸດໃກ້ກັບຈຸດສູນກາງ 185 ກິໂລແມັດຕໍ່ຊົ່ວໂມງ ກໍາລັງເຄື່ອນ ທີໄປທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າຈະເຄື່ອນທີ່ ຈະເຄື່ອນທີ່ຂຶ້ນຝັ່ງພາກເໜືອຂອງ ສສ ຫວຽດນາມ ໃນ ຕອນແລງມື້ນີ້.
ຈາກນັ້ນ ຈະອ່ອນກໍາລັງລົງຕາມລໍາດັບກາຍເປັນພາຍຸດີເປຣຊັນ ແລະ ຄາດວ່າໃນຕອນເຊົ້າຂອງວັນທີ 8 ກັນຍາ 2024, ຈະເຄື່ອນທີ່ເຂົ້າ ພາກເໜືອ ຂອງສປປ ລາວ, ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກ ໃນລະດັບປານກາງ ຫາ ຫນັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.
ສໍາລັບແຂວງພາກໃຕ້ ຂອງ ສປປ ລາວ ແມ່ນຈະໄດ້ຮັບອິດທິພົນຈາກລົມມໍລະສຸມຕາເວັນຕົກສຽງໃຕ້, ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັນ: ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ ໃນໄລຍະວັນທີ 07 ຫາ 09 ກັນຍາ 2024 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງ ນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

error: Content is protected !!