ພາມາຮູ້ຈັກ 3 ເສັ້ນທາງຫຼັກທີ່ລົດໄຟຟ້າ BRT ຈະເປີດແລ່ນກ່ອນເບື້ອງຕົ້ນ

ລົດເມໄຟຟ້າ ຫຼື (BUS RAPID TRANSIT ) ທີ່ກຳລັງສ້າງຂຶ້ນໃນນະຄອນຫຼວງວຽງຈັນ ເບື້ອງຕົ້ນຈະເປີດນໍາໃຊ້ 3 ສາຍກ່ອນຄື:

ສາຍທີ1ຕັ້ງເເຕ່ໜອງເເຕ່ງ ໄປຫາ ໄອເຕັກ ມີໄລຍະທາງປະມານ 24.35 Km

ສາຍທີ2ຕັ້ງເເຕ່ທົ່ງປົ່ງ ໄປຫາ ທ່າງ່ອນ ມີໄລຍະທາງປະມານ 28.50 Km

ສາຍທີ3ຕັ້ງເເຕ່ສວນເຈົ້າຟ້າງຸ່ມ ໄປຫາ ດົງໂດກ (ມ ຊ)ໄລຍະທາງ 12.90 Km

ໃນເສັ້ນທາງດັ່ງກ່າວນີ້,ປະກອບມີ 27 ຈຸດໃຫ້ບໍລິການ,ສ່ວນຄ່າໃຊ້ຈ່າຍນັ້ນເພິ່ນຈະບໍ່ຮັບເປັນເງິນສົດ ເເຕ່ຈະຮັບເປັນປີ້ໂດຍສານ ເຊິ່ງເຮົາສາມາດຊື້ໄດ້ຕາມຮ້ານຄ້າທົ່ວໄປ ຫຼື ອາດຈະສະແກນເປັນ Qr code ໃນການຊຳລະກໍໄດ້

ເສັ້ນທາງຂອງລົດເມ BRT ແມ່ນໃຊ້ຮ່ວມກັນກັບລົດທົ່ວໄປຕາມເສັ້ນທາງຫຼວງ ເເຕ່ເມື່ອໄປເຖິງສີ່ເເຍກເເລ້ວລົດທຸກຄັນຈະຕ້ອງອະນຸຍາດໃຫ້ລົດເມ BRT ນີ້ໄປກ່ອນ ເພາະວ່າລົດດັ່ງກ່າວນີ້ ມີສິດຄ້າຍຄືກັບລົດໂຮງໝໍ,ລົດສຸກເສີນ ຫຼື ລົດກູ້ໄພ ນັ້ນເອງ

ທັງໝົດນັ້ນຄິດວ່າຈະສ້າງຄວາມສະດວກສະບາຍໃນການເດີນທາງ ຮັບປະກັນຄວາມປອດໄພ ວ່ອງໄວ,ທັນສະໄໝ ແລະ ເຖິງທີ່ໝາຍປາຍທາງ ແລະ ຈະອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວຕື່ມອີກ.

error: Content is protected !!