ເດືອນສິງຫາ ຜ່ານມາ ທົ່ວປະເທດ ມີຜູ້ເສຍຊິວິດຈາກອຸບັດຕິເຫດ 51 ຄົນ

ເດືອນ ສິງຫາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 51 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະ ເປ່ເພ 883 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 457 ຄັ້ງ ແຕ່ ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກໍລະກົດ ຫຼຸດລົງ 13 ຄົນ.

ສາຍເຫດທີ່ເຮັດໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກ ການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະ ຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ ແລະ ສ່ວນຫຼາຍ ອຸບັດເຫດ ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມ ອາຊີບກຳມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.

error: Content is protected !!