ດີໃຈນໍາພໍ່ແມ່ປ້າຍແດງ ທັນຢາ ນັກຮ້ອງໄທ ພ້ອມ ໜຸ່ມອາໂລ ແຟນໜຸ່ມຄົນລາວ ປະກາດຂ່າວດີວ່າໄດ້ໃຫ້ກຳເນີດລູກຊາຍແລ້ວ ໃນວັນທີ 27 ສິງຫາທີ່ຜ່ານມາ.

ສາວ ທັນຢາ ອາສະຢາມ ໄດ້ປະກາດຂ່າວດີລົງຜ່ານເຟດບຸກສ່ວນຕົວວ່າ: ”ວັນທີ 27 ສິງຫາ 2024 ແມ່ຂໍໃຫ້ລູກເກີດມາໃຊ້ຊີວິດໃຫ້ມີຄວາມສຸກໃນໂລກນີ້, ແມ່ອະທິບາຍຄວາມຮູ້ສຶກບໍ່ຖືກເລີຍ ຮູ້ແຕ່ວ່າ: ຈະເບິ່ງແຍງດູແລລູກໃຫ້ດີທີ່ສຸດ, ຝາກເອື້ອຍໆອ້າຍໆເອັນດູຮັກເເພງເອົານ້ອງແນ່ເດີ້”

ເຊິ່ງແຟນໆທີ່ຮູ້ຂ່າວຕ່າງກໍຮ່ວມສະແດງຄວາມຍິນດີກັບທັງສອງ ພ້ອມທັງອວຍພອນໃຫ້ສາວທັນຢາ ພ້ອມລູກນ້ອຍແຂງແຮງໄວໆ ແລະ ຖ້າຕິດຕາມຜົນງານເພງຄັ້ງໃໝ່ຂອງແມ່ປ້າຍແດງທ່ານນີ້ອີກດ້ວຍ.

ທັນຢາ ແລະ ແຟນໜຸ່ມຄົນລາວ ໄດ້ຈັດງານໝັ້ນ ເມື່ອວັນທີ 22 ກຸມພາທີ່ຜ່ານມາ ແລະ ພາຍໃນງານກໍໄດ້ປະກາດຂ່າວດີວ່າ: ທັນຢາຖືພາໄດ້ 3 ເດືອນແລ້ວ ແລະ ໄດ້ໃຫ້ກຳເນີດລູກຊາຍໃນວັນທີ 27 ສິງຫາທີ່ຜ່ານມາ.