ແຈ້ງເຕືອນເຝົ້າລະວັງລະດັບນໍ້າຂອງ ປະຈໍາວັນທີ 28 ສິງຫາ 2024, ເວລາ 12 ໂມງ 00

ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ເຂດພາກເຫນືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະ ສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກໄດ້ມີຝົນຕົກໃນລະດັບປານກາງ ຫາ ຫນັກຕິດຕໍ່ກັນຫຼາຍມື້ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າຢູ່ບັນດາສະຖານີຕາມລໍານໍ້າຂອງໃນຂອບເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນສູງ, ໂດຍສະເພາະສະຖານີວຽງຈັນກິໂລແມັດ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຮອດລະດັບ ເຕືອນໄພ, ຊຶ່ງໃນ ເວລາ 07:00 ໂມງ ຂອງວັນທີ 28 ສິງຫາ 2024 ແທກໄດ້ 11.55 ແມັດ (ລະດັບນໍ້າເຂດເຕືອນໄພ 11.50 ແມັດ; ເຂດອັນຕະລາຍ 12.50 ແມັດ). ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊົນ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ ອາໄສຢູ່ໃກ້ແມ່ນໍ້າຂອງຈຸດສະຖານີກິໂລແມັດ 4, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ຈົ່ງມີສະຕິເຝົ້າລະວັງນໍ້າຖ້ວມ ແລະ ສະພາບຝົນຍັງຈະສືບຕໍ່ຕົກຕື່ມອີກ ທີ່ອາດຈະເຮັດໃຫ້ລະດັບນໍ້າຢູ່ສະຖານີດັ່ງກ່າວເພີ່ມຂື້ນ ໃນໄລຍະວັນທີ 28 – 30 ສິງຫາ 2024. ພ້ອມນີ້ໃຫ້ຕິດຕາມຂ່າວພະຍາກອນ ແລະ ແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ. ພະຍາກອນອາກາດ ແຕ່ເວລາ 12 ໂມງ ຂອງວັນທີ 28/08/2024 ເຖິງເວລາ 12 ໂມງຂອງວັນທີ 29/08/2024.

ພາກເຫນືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວ ໄປ ແລະ ຈະຕົກໃນລະດັບປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 31 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນ ລະຫວ່າງ 24 – 32 ອົງສາ.

ພາກກາງ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະຕົກໃນ ລະດັບປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກ ຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 33 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 19 – 29 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກ ຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ບໍ່ມີຝົນຕົກ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 16 – 26 ອົງສາ.

error: Content is protected !!