ການຄວບຄຸມ ແລະ ອະນຸຍາດອອກປ້າຍໂຄສະນາຢູ່ພາຍໃນເມືອງແບງ, ແຂວງອຸດົມໄຊ ຍັງພົບຫຼາຍບັນຫາເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນຫຼາຍຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນານຳ ພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງປ້າຍ ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງ, ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ, ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງປ້າຍໂຄສະນາ, ປ້າຍບໍ່ໄດ້ມາດຕະຖານຕາມກຳນົດ ແລະ ບໍ່ຖືກຕ້ອງຕາມຫລັກການໃຊ້ພາສາລາວ, ເຊິ່ງສ່ວນຫຼາຍຈະພົບເຫັນຕາມເສັ້ນທາງຫຼວງ.

ຕໍ່ກັບບັນຫາດັ່ງກ່າວ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງແບງ ໄດ້ລົງຕິດຕາມ, ກວດກາ ຫ້າງຮ້ານທີ່ໃຊ້ປ້າຍໂຄສະນາ ບໍ່ຖືກຕາມລະບຽບການ ຢູ່ພາຍໃນຂອບເຂດເມືອງແບງ, ເມື່ອບໍ່ດົນມານີ້, ເຊິ່ງນໍາໂດຍທ່ານ ທອງເພັດ ຈັນທະວົງ ຫົວໜ້າຫ້ອງການ ຖວທ ເມືອງແບງ ພ້ອມດ້ວຍວິຊາການ, ໂດຍໄດ້ເອົາໃຈໃສ່ກວດກາປ້າຍໂຄສະນາຈຳນວນໜຶ່ງ ທີ່ບໍ່ຖືກຕ້ອງຕາມລະບຽບການ ເປັນຕົ້ນ ປ້າຍມີແຕ່ພາສາຕ່າງປະເທດ, ບາງປ້າຍພາສາຕ່າງປະເທດໃຫຍ່ກວ່າພາສາລາວ ແລະ ບາງປ້າຍການອອກແບບ, ສີ, ຂະໜາດ ບໍ່ຖືກຕ້ອງຕາມລະບຽບການ.

ພ້ອມນີ້, ຍັງມີບັນດາຫ້າງຮ້ານ ທີ່ນໍາໃຊ້ປ້າຍໂຄສະນາທີ່ບໍ່ຖືກຕາມລະບຽບການ ເປັນຈໍານວນຫລາຍ, ເຊິ່ງຄະນະຮັບຜິດຊອບໄດ້ສຶກສາອົບຮົມ ແລະ ກ່າວເຕືອນຜູ້ປະກອບການ, ພ້ອມທັງຮື້-ຖອນ ປ້າຍໂຄສະນາດັ່ງກ່າວອອກຈໍານວນ 200 ກວ່າປ້າຍ, ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ທີ່ນໍາໃຊ້ປ້າຍ ຈົ່ງໃຫ້ການຮ່ວມມືໃນການຕິດຕັ້ງປ້າຍໃຫ້ຖືກຕ້ອງຕາມລະບຽບການ, ເພື່ອເຮັດໃຫ້ເມືອງແບງ ມີຄວາມງົດງາມ ທັງນີ້ກໍເພື່ອເຮັດໃຫ້ການຄຸ້ມຄອງການໂຄສະນາດ້ວຍປ້າຍ, ປ້າຍໂຄສະນາສິນຄ້າ ແລະ ບໍລິການຢູ່ເມືອງແບງ ມີຄວາມ ເປັນລະບຽບຮຽບຮ້ອຍ ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ.
ຂ່າວ: ວສລ