ສຳນັກຂ່າວ ຣອຍເຕີ ລາຍງານ, ວັນທີ 9 ພຶດສະພາ ນີ້ວ່າ ທຳນຽບ ລັດຖະບານ ສີລັງກາ ອອກຖະແຫລງ ການວ່າ:ທ່ານ ມາຫິນທາ ຣາຈາປັດຊາ (Mahinda Rajapaksa), ລາອອກຈາກ ຕໍາແໜ່ງ ນາຍົກ ລັດຖະມົນຕີ ສີລັງກາ ເນື່ອງຈາກ ເປັນທາງອອກທີ່ດີສຸດ ໃນການຫລຸດຜ່ອນຄວາມຮຸນແຮງຂອງວິກິດການທີ່ເກີດຂຶ້ນ ແລະ ເພື່ອການຈັດຕັ້ງ ລັດຖະບານຊຸດໃໝ່ ພາຍຫລັງປະກາດສະຖານະການສຸກເສີນ ຕັ້ງແຕ່ທ້າຍອາທິດຜ່ານມາ ເນື່ອງຈາກ ມີການປະທ້ວງຮຸນແຮງຂະຫຍາຍອອກເປັນວົງກວ້າງ ເຮັດໃຫ້ເກີດການປະທະກັນ ລະຫວ່າງ ກຸ່ມຄົນປະທ້ວງ ແລະ ເຈົ້າໜ້າທີ່ຮັກສາຄວາມສະເຫງົາ ມີຜູ້ບາດເຈັບກວ່າ 20 ຄົນ.

ປັດຈຸບັນ ສີລັງກາ ພວມຜະເຊີນກັບວິກິດທາງເສດຖະກິດຮຸນແຮງທີ່ສຸດ ນັບແຕ່ໄດ້ຮັບເອກະລາດຈາກ ອັງກິດ ເມື່ອປີ 1948, ບັນຫາການຂາດແຄນອາຫານ ແລະ ພະລັງງານສົ່ງຜົນໃຫ້ມີການຕັດໄຟຟ້າ ວັນລະ 13 ຊົ່ວໂມງ ແລະ ບັນຫາອື່ນໆອີກ.

ຮຽບຮຽງຂ່າວໂດຍ:ສະໄຫວ ລາດປາກດີ