ວັນທີ 22 ສິງຫາ 2024 ນີ້ ຜູ້ຮັບຜິດຊອບໂຄງການ ກໍ່ສ້າງ ສ້ອມແປງເສັ້ນທາງ ພູເກົ້າຫລັກ ລາຍງານວ່າ: ເສັ້ນທາງພູເກົ້າຫລັກ ກາສີ-ເມືອງນານ ການປັບປຸງກໍ່ສ້າງທາງເບຕົງ ຈຸດໂຄ້ງ ແມ່ນສຳເລັດແລ້ວ ສາມາດທຽວໄປມາໄດ້ສະດວກ.

ໂຄງການດັ່ງກ່າວ ເລີ່ມປັບປຸງປົວແປງມາແຕ່ວັນທີ 11 ມີນາ 2024 ໃນໄລຍະທາງທີ່ປັບປຸງ 9 ກິໂລແມັດ ແລະ ປູເບຕົງ 2 ກິໂລແມັດ.
ສຳລັບທ່ານໃດຈະໃຊ້ເສັ້ນທາງດັ່ງກ່າວ ຂໍໃຫ້ຂັບຂີ່ລົດລະມັດລະວັງ ເນື່ອງຈາກປັດຈຸບັນ ມີຝົນຕົກຢ່າງຕໍ່ເນື່ອງ ສ່ຽງຕໍ່ການເກີດອຸປະຕິເຫດ.
