ມື້ທໍາອິດ ເປີດດ່ານສາກົນຂົວມິດຕະພາບ​ 1 ມີຜູ້ເດີນທາງ ເຂົ້າ-ອອກ ນະຄອນຫລວງ​ ວຽງຈັນ​ ເກືອບ 400ຄົນ

ກົມຕໍາຫລວດກວດ​ຄົນ​ ເຂົ້າ-ອອກ​ ເມືອງ ກະຊວງປ້ອງກັນຄວາມສະຫງົບ ມີຄວາມພ້ອມຮ້ອຍສ່ວນຮ້ອຍໃນການຕ້ອນຮັບຜູ້ຄົນທັງພາຍໃນເເລະຕ່າງປະເທດທີ່ຈະເດີນທາງຜ່ານ​ ເຂົ້າ-ອອກ​ ຜ່ານດ່ານສາກົນເເຫ່ງຕ່າງໆໃນຂອບເຂດທົ່ວປະເທດ ພາຍຫລັງທີ່ລັດຖະບານອະນຸຍາດໃຫ້ເປີດດ່ານສາກົນທຸກແຫ່ງນັບເເຕ່ ວັນທີ 9 ພຶດສະພາ ເປັນຕົ້ນໄປ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ19.
ພັນເອກ ສາຍສະຫມີງ ສີວິໄລ ຫົວຫນ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບໃຫ້ສໍາພາດ ຕອນແລງໃນ​ ວັນທີ 9 ພຶດສະພາ 2022​ ນີ້ວ່າ: ປະຕິບັດຕາມທິດຊີ້ນໍາຂອງລັດຖະບານ ກ່ຽວກັບມາດຕະການ​ ເຂົ້າ-ອອກ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດ​ ໂຄວິດ-19​ ສະບັບໃຫມ່ ທີ່ມີການຖະເເຫລ່ງຂ່າວໃນ​ ວັນທີ 7​ ພຶດສະພາ​ ນີ້​​ ຢູ່ກະຊວງສາທາລະນະສຸກ ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດການເປີດດ່ານສາກົນທົ່ວປະເທດຈໍານວນ 32ເເຫ່ງ ໃນນີ້ສະເພາະດ່ານສາກົນຂົວມິດຕະພາບ ລາວ-ໄທ ເເຫ່ງທີ​ 1 ເເລະ ສະຫນາມບີນສາກົນວັດໄຕ ພາຍຫລັງມີການເປີດດ່ານຢ່າງເປັນທາງການ ໃນວັນທີ 9 ພຶດສະພາ ນີ້ ເຫັນວ່າບັນຍາກາດໂດຍລວມຍັງບໍ່ຄຶກຄື້ນເທົ່າທີ່ຄວນເນື່ອງຈາກເປັນມື້ທໍາອິດ ເເຕ່ໃນການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານ ເເມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍ ທີ່ຈະໃຫ້ບໍລິການປະຊາຊົນ ໂດຍນໍາໃຊ້ເຕັກນິກທີ່ທັນສະໄຫມລວມເຖີງສີ່ງອໍານວຍຄວາມສະດວກດ້ານຕ່າງໆ.

ພັນເອກ ສາຍສະຫມີງ ສີວິໄລໃຫ້ສໍາພາດຕື່ມວ່າ: ສໍາລັບປະຊາຊົນທັງພາຍໃນເເລະຕ່າງປະເທດທີ່ມີຈຸດປະສົງເດີນທາງໄປຕ່າງປະເທດ ຫລືເດີນທາງກັບຄືນປະເທດໃຫ້ປະຕິບັດຕາມການເເນະນໍາຂອງເຈົ້າຫນ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານສາກົນເເຕ່ລະເເຫ່ງ ສີ່ງສໍາຄັນຕ້ອງກວດກາເອກະສານທີ່ຈໍາເປັນໃຫ້ຄົບຖ້ວນ ໂດຍສະເພາະຫນັງສືເດີນທາງ, ໃບຢັ້ງຢືນການສັກວັກຊີນ ລວມເຖີງເອກະສານກ່ຽວຂ້ອງຕ່າງໆທີ່ມີຢູ່ໃນເເຈ້ງການຂອງລັດຖະບານກ່ຽວກັບມາດຕະການຜ່ອນຜັນສະບັບໃຫມ່ ພ້ອມທັງປະຕິບັດມາດຕະການປ້ອງກັນພະຍາດ​ ໂຄວິດ19​ ຢ່າງເຂັ້ມງວດ​ ຕາມການເເນະນໍາຂອງເຈົ້າຫນ້າທີ່ ສໍາລັບການ​ ເຂົ້າ-ອອກ​ ດ່ານສາກົນຂົວມິດຕະພາບລາວໄທເເຫ່ງທີ​ 1 ໃນວັນທີ 9ພຶດສະພານີ້ ເຊີ່ງເປັນມື້ທໍາອິດ ຂອງປະຊາຊົນທັງພາຍໃນເເລະຕ່າງປະເທດມາຮອດເວລາ​ 16 ໂມງ​ມີເຖີງ 376 ຄົນໃນນີ້ສະເພາະຂາເຂົ້າມີ​ 159 ຄົນ ແລະຂາອອກມີ​ 217 ຄົນ. ສ່ວນດ່ານສະໜາມບິນສາກົນວັດໄຕ ວັນທີ 9 ພຶດສະພາ​ ນີ້​ ແມ່ນ​​ບໍ່ມີຖ້ຽວບິນ ແຕ່ເລີ່ມແຕ່ວັນທີ 10 ພຶດສະພາ​ ເປັນຕົ້ນໄປ​ ຈະມີຖ້ຽວບິນຂາອອກ ແລະຂາເຂົ້າເປັນປົກກະຕິ.​

ຂໍ້ມູນຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຄໍາກອງ ກິດຕິຄຸນ

error: Content is protected !!