ແນັດ​ລະພັດສະຣະດາ​ ພູມໃຈ ຮ່ວມບວງສວງພະຍາສີສັດຕະນາກຄະຣາດ ປີທີ 3 ລວມພົນ ຄົນເກີດວັນເສົາ​ ​ປີ​ 2024!

ເປັນອີກໜຶ່ງຄວາມພູມໃຈ ຂອງ​ແນັດ ລະພັດສະຣະດາ ຈະເລີນວົງ ດີເຈສາວງາມ ຈາກພຣາວ ເຣດີໂອ 104.75 ອະດີດພິທີກອນລາຍການ PPTV ຜູ້ບໍລິຫານຄື້ນ FM90 ແລະ​ ນັກຈັດລາຍການວິທະຍຸ 94.5,​ 98.0, 104.75 ເຊິ່ງປັດຈຸບັນ ມີຕຳແໜ່ງເປັນ ປະທານກຳມະການບໍລິສັດ ຈີທີພີ,​ ປະທານກຳມະການບໍລິສັດ ນ່ານຟ້າເວີລທົວ ຈຳກັດ​ ແລະ​ NLP Jewelry ທີ່ໄດ້ຮັບລຳບວງສວງ ງານພະຍາສີສັດຕະນາກຄະຣາດ 7 ເດືອນ​ ​7​ ເປັນປີທີ​ ​3 ຕິດຕໍ່ກັນ​ ທີ່ລານພະຍານາຄະຣາດ ຕຳບົນໃນເມືອງ,​ ອຳເພີເມືອງ,​ ຈັງຫວັດ​ນະຄອນພະນົມ.
ໂດຍຮັບກຽດເປັນປະທານພິທີດັ່ງກ່າວ ຈາກນາງສາວ ສຸພະພານີ ໂພທິສຸ,​ ນາຍົກອົງການສ່ວນ​ ຈັງ​ຫວັດ​ ນະຄອນພະນົມ​ ແລະ​ ທ່ານ​ນິວັດ ເຈີຍວິຣິຍະບຸນຍາ,​ ນາຍົກເທດສະມົນຕີ ອຳເພີເມືອງ ນະຄອນພະນົມ ແລະ​ ​ພາກສ່ວນຕ່າງໆ​ ທີ່ກ່ຽວຂ້ອງ ລວມທັງຄົນທີ່ເກີດວັນເສົາ ເຂົ້າຮ່ວມໃນພິທີ.


ເຊິ່ງພິທີດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 1,000 ຄົນ​ ຈາກອຳເພີ​ເມືອງ​ ນະຄອນພະນົມ​ ໂດຍມີນາງລຳຊົນເຜົ່າໄທແສກ,​ ຊົນເຜົ່າໄທຕາດ ແລະ​ ນາງລຳຈາກເທດສະບານເມືອງ ນະຄອນພະນົມ​, ໂດຍຜູ້ເຂ້າຮ່ວມແມ່ນໄດ້ໃສ່ຊຸດພື້ນເມືອງ ແລະ​ ຊຸດປະຈຳເຜົ່າ ຮ່ວມຂະບວນແຫ່ ເຄື່ອງບູຊາພະຍາສີສັດຕະນາກຄະຣາດ ຈາກບໍລິເວນໜ້າ ທະນາຄານກຸງໄທ ຖະໜົນນິດຕະໂຍ,​ ຕຳບົນໃນເມືອງ, ອຳເພີເມືອງ ນະຄອນພະນົມ ໄປຫາລານພະຍາ​ ສີສັດຕະນາກຄະຣາດ ແລະ​ ກ່າວຄຳບູຊາໜ້າອົງພະຍານາກຄະຣາດ.
ສຳລັບການລຳບວງສວງທີ່ນຳໂດຍ ແນັດ ລະພັດສະຣະດາ ໄດ້ຮ່ວມເຮັດພິທີໃນມື້ສຸດທ້າຍນັ້ນ​ ແມ່ນເປັນການລວມພົນຄົນເກີດວັນເສົາ ແລະ​ ຜູ້ທີ່ສັດທາຕໍ່ອົງພະຍານາກຄະຣາດ ໂດຍມີພິທີ​ ລຳບວງສວງທັງໝົດ 7​ ຊຸດ​ປະກອບມີ:
ຊຸດທີ 1: ການສະແດງອັດຕະລັກພືນຖິ່ນ ຈາກອຳເພີເມືອງ ນະຄອນພະນົມ;
ຊຸດທີ​ 2: ເພງຂໍພອນປູ່ພະຍາສີສັດຕະນາຄະຣາດ.
ຊຸດທີ 3: ເພງສີໂຄດຕະບູນ.
ຊຸດທີ​ 4: ເພງນະຄອນພະນົມເມືອງງາມ.
ຊຸດທີ​ 5: ເພງອອນຂອນນະຄອນພະນົມ.
ຊຸດທີ​ 6: ເພງຮິດ 12​ ຂອງດີອີສານ ແລະ​
ຊຸດທີ​ 7: ເພງນະຄອນພະນົມຄືນເພັນ.

ສ່ວນກິດຈະກຳອື່ນໆ ພາຍໃນງານ ແມ່ນການອອກໂຮງທານສຳລັບຜູ້ມີຈິດສັດທາ,​ ການຈຳໜ່າຍສິນຄ້າ OTOP, ການຈຳໜ່າຍສິນຄ້າ,​ ຖະໜົນຄົນຍ່າງ, ຄາຣາວານສິນຄ້າ, ມະຫາກຳອາຫານ, ການສະແດງ​ສິລະປະ​ວັດທະນະທຳ​ (ໝໍລຳ) ການສະແດງສິລະປະວັດທະນະທຳເພື່ອການທ່ອງທ່ຽວ 9​ ຊົນເຜົ່າ​ 2​ ເຊື້ອຊາດ ແລະ​ ອື່ນໆ.

error: Content is protected !!