ດ່ວນທີ່ສຸດ ລາຄານ້ຳມັນ ມີການປັບໃໝ່ ເລີ່ມເວລາ 14 ໂມງ ວັນທີ 10 ພຶດສະພາ 2022

ລາຄາໃຫມ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ພຶດສະພາ 2022; ເວລາ 14:00 ໂມງ ໃນຂອບເຂດທົ່ວປະເທດ.

ການປັບລາຄາຄັ້ງນີ້ແມ່ນໄດ້ຫຼຸດອາກອນຊົມໃຊ້ນ້ໍາມັນກາຊວນຈາກ 21% ມາເປັນ 11%, ຫຼຸດອາກອນໃຊ້ ນ້ໍາມັນແອັດຊັງທໍາມະດາ ຈາກ 31% ມາ ເປັນ 16 %;

ປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນແອັດຊັງພິເສດ +1,​580 ກີບ/ລິດ,

ສ່ວນລາຄານ້ໍາມັນແອັດຊັງທໍາມະດາ ປັບລົງ -760 ກີບ/ລິດ

ແລະ ລາຄາ ນ້ໍາມັນກາຊວນ ປັບລົງ -170 ກີບ/ລິດ.

ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ ສະບັບເລກທີ 0340/ກຄພນ, ລົງວັນທີ 10 ພຶສະພາ 2022 ຈົນກວ່າຈະມີການປ່ຽນແປງ.

  • ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ໍາຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
  • ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0506/ອຄ, ລົງວັນທີ 29 ເມສາ 2022
error: Content is protected !!