ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ

ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024 ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ແມ່ນຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງ ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ເປັນເວລາ 2 ວັນ ຄືແຕ່ວັນທີ 11-12 ກໍລະກົດ 2024, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້, ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເປັນຕົ້ນແມ່ນ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!