
ເກີດເຫດໂຮງງານຜະລິດຫມໍ້ໄຟ (ແບັດເຕີຣີ) ລະເບີດ-ໄຟໄຫມ້ ທີ່ເມືອງຮວາຊອງ. ສ.ເກົາຫລີ ເຮັດໃຫ້ມີແຮງງານເສຍຊີວິດ 22ຄົນ, ໃນນີ້ ມີແຮງງານລາວ 1ຄົນ.

ຂໍ້ມູນທີ່ບໍ່ເປັນທາງການຈາກຄົນລາວທີ່ເຮັດວຽກຢູ່ໂຮງງານແຫ່ງນີ້ທີ່ລອດຊີວິດລາຍງານວ່າ ຜູ້ເສຍຊີວິດແມ່ນເພດຍິງ ຊື່ ນາງ ຈ່ອຍ (Thongsida Santi) ຜູ້ກ່ຽວແຕ່ງງານກັບຄົນເກົາຫລີ ໄດ້ visa F6 ເຊິ່ງສາມາດເຮັດວຽກໄດ້. ໝາຍຄວາມວ່າແມ່ນແຮງງານທີ່ມາເອງ ບໍ່ແມ່ນແຮງງານທີ່ຖືກສົ່ງມາໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງລາວ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ.