
ຂ້ໍມູນຈາກກະຊວງສຶກສາທິການ ແລະ ກິລາ ນັກຮຽນມັດທະຍົມຕອນຕົ້ນ(ມ4)ຈໍານວນນັກຮຽນໄດ້ຫຼຸດລົງໃນແຕ່ລະປີຄືສົກຮຽນ 2023 -2024 ມີນັກຮຽນ 68,850 ຄົນສົກຮຽນ ປີ 2022 -2023 ມີນັກຮຽນ 76,322 ຄົນ ແລະ ໃນສົກຮຽນ 2021-2022 ມີນັກຮຽນ 83,544 ຄົນ
ມັດທະຍົມຕອນປາຍ(ມ7)ຈໍານວນນັກຮຽນໃນປີ 2023 -2024 ມີນັກຮຽນ 46,744 ຄົນ,ປີ 2022-2023 ມີນັກຮຽນ 50,256 ຄົນ ໃນປີ 2021-2022 ມີນັກຮຽນ 55,828 ຄົນ

ແນວໃດກໍ່ຕາມກະຊວງສຶກສາທິການ ແລະ ກິລາຈະເລັ່ງແກ້ໄຂມີນະໂຍບາຍຊຸກຍູ້ໃຫ້
ໄວໜຸ່ມເຂົ້າໂຮງຮຽນເພື່ອເພີ່ມອັດຕາການເຂົ້າຮຽນ ແລະ ຫຼຸດຜ່ອນການປະລະການຮຽນ
ໃນສົກຮຽນ 2023-2024 ນີ້,ມີນັກຮຽນຊັ້ນ ມ 4 ແລະ ມ 7 ຈໍານວນ 115,500 ຄົນ ການສອບເສັງຈົບຊັ້ນ ມ 4 ຈະໄດ້ຈັດຂຶ້ນໃນວັນທີ 11-13 ມິຖຸນາ ມີສູນສອບເສັງ 579 ແຫ່ງ ທົ່ວປະເທດ

ການສອບເສັງຊັ້ນ ມ 7 ຈະໄດ້ຈັດຂຶ້ນໃນວັນທີ 19-21 ມິຖຸນາ ມີສູນສອບເສັງ 292 ແຫ່ງ ທົ່ວປະເທດ ນັກຮຽນ ມ 4 ແລະ ມ 7 ຈະໄດ້ສອບເສັງວິຊາພາສາລາວວັນນະຄະດີ, ຄະນິດສາດ,ວິທະຍາສາດທຳມະຊາດ,ວິທະຍາສາດສັງຄົມ ແລະ ພາສາອັງກິດ
ສຳລັບຜົນການສອບເສັງຄາດວ່າຈະປະກາດໃນທ້າຍ ເດືອນກໍລະກົດ, ຜ່ານທາງເວັບໄຊຂອງກະຊວງສຶກສາທິການ ແລະ ກິລາ
ຂໍ້ມູນຈາກ: ຈັນທະວົງ ອຸ່ນວິໄລຫົງ