ສາເຫດທີ່ເຮັດໃຫ້ນໍ້າມັນ ຂາດຕະຫລາດໃນ​ ລາວ​ ຍ້ອນ​ການ​ນຳ​ເຂົ້າ​ຫລຸດ​ລົງ

ປັດຈຸບັນ ນໍ້າມັນ​​ເຊື້ອ​ໄຟຢູ່ ລາວ ​ຂາດ​ຕະຫລາດ​ ​ເຮັດ​ໃຫ້​ມວນ​ຊົນ​ຫລັ່ງ​ໄຫລ​ກັນ​​ໄປ​ຊື້ນໍ້າ​ມັນ​ເປັນ​ຈຳນວນ​ຫລາຍ ​ເຮັດ​ໃຫ້ການ​ສັນຈອນ​​ແອ​ອັດ ​ໃນ​ຂະ​ນະທີ່ປໍ້າ​ນໍ້າມັນ​ບາງ​ແຫ່ງ ກໍ​ໄດ້​ປິດ​ການ​ໃຫ້​ບໍລິ​ການ ​ເນື່ອງ​ຈາກ​ວ່າ​ນໍ້າມັນໝົດ ​ເຊິ່ງສາ​ເຫດທີ່ເຮັດໃຫ້ນໍ້າມັນຂາດຕະຫລາດ ຍ້ອນການນໍາເຂົ້າຫລຸດລົງ ເນື່ອງຈາກໄດ້ຮັບຜົນກະທົບ ຈາກລາຄານໍ້າມັນໃນຕະຫລາດໂລກສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ (​ເງິນ​ກີບ​ອອນ​ຄ່າ) ເຮັດໃຫ້ຂາດເງິນໂດລາ ເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງຜູ້ນຳ​ເຂົ້າ​​ນໍ້າມັນໃນປະເທດລາວ ຕ້ອງ​ຈ່າຍ​ເປັນ​ເງິນ​ໂດ​ລາ ​ເພື່ອ​ຊື້​ນໍ້າມັນເຊື້ອໄຟຈາກແຫລ່ງພາຍນອກ.

ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 9 ພຶດສະພາ 2022 ວ່າ: ສາເຫດທີ່ເຮັດໃຫ້ການນໍາເຂົ້າ ນໍ້າມັນເຊື້ອໄຟຫລຸດໜ້ອຍລົງ ຍ້ອນຜົນຜະລິດນໍ້າມັນເຊື້ອໄຟ ໃນຕະຫລາດໂລກມີຄວາມບໍ່ແນ່ນອນ ​ເຊິ່ງໂຮງງານ ກັ່ນນໍ້າມັນ ຈໍານວນໜຶ່ງ ກໍາລັງເກັບນໍ້າມັນເຊື້ອໄຟ ໄວ້ເພື່ອສ້າງກໍາໄລ, ບວກ​ກັບລາຄາ​ນໍ້າມັນ​ເຊື້ອ​ໄຟ​ໃນ​ຕະຫລາດ​ໂລກ ມີ​ການ​ເໜັງ​ຕີງ​ເປັນ​ປະຈຳ​ ເຮັດ​ໃຫ້ຜູ້ນໍາເຂົ້າມີຄວາມຫຍຸ້ງຍາກ ໃນການຊື້ນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຂອງປະເທດ, ​ຜູ້​ນໍາເຂົ້າ​ນໍ້າມັນບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫລວງຫລາຍຈາກອັດຕາແລກປ່ຽນເງິນກີບ/ໂດລາ ທີ່ບໍ່ເອື້ອອໍານວຍ, ປະເທດລາວຕ້ອງການນ້ຳມັນປະມານ 120 ລ້ານລິດຕໍ່ເດືອນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາ ຊົນ ແຕ່ປັດຈຸບັນນີ້, ຜູ້ນໍາເຂົ້າສາມາດຊື້ໄດ້ພຽງແຕ່ 20 ລ້ານລິດ.
ທ່ານ ສີສັງຄົມ ໂຄດໂຍທາ ​ຍັງໃຫ້​ຮູ້​ອີກວ່າ: ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ນໍາເຂົ້າ ໝາຍຄວາມວ່າລາຄາຂາຍຍ່ອຍໃນລາວ ຈະສືບຕໍ່ສູງຂຶ້ນຢ່າງຫລີກລ່ຽງບໍ່ໄດ້ ພວກ​ເຮົາ​ຍັງ​ບໍ່​ຮູ້​ວ່າ​ຈະ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ໄດ້​ອີກ​ມື້ໃດ. ປ້ຳນ້ຳມັນບາງແຫ່ງມີນ້ຳມັນໜ້ອຍລົງເພາະມີການນຳເຂົ້າໜ້ອຍ.
​​​ອີງຕາມ​ຂໍ້​ມູນ​ຈາກ ກົມ​ການ​ຄ້າ​ພາຍ​ໃນ​, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ​ໃຫ້​ຮູ້​ວ່າ: ພາກລັດກຳລັງເລັ່ງຊອກ​ຫາ​ວິທີ​ຄວບ​ຄຸມ​ລາຄາ​ນ້ຳມັນ​ເຊື້ອ​ໄຟ ເພາະວ່າ​ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຄົມມະນາຄົມ, ​ໄພ​ເງິນ​ເຟີ້ ​ແລະ ຄ່າ​ຄອງ​ຊີບ

ຂໍ້​ມູນ​ຈາກ: ໜັງສືພິມວຽງຈັນທາຍ

error: Content is protected !!