ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງ ໄດ້ກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRTເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ຖະໜົນ ສຸພານຸວົງ,ຖະໜົນເສດຖາທິຣາດ

ຖະໜົນໜອງບອນ(ປະຕູໄຊ) ແລະ ແຕ່ປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດ ລວມໄລຍະທາງ 9,3 ກິໂລແມັດ ໃນມູນຄ່າ 9,8 ລ້ານໂດຣາ ມີ 19 ສະຖານີ(ຈຸດນັ່ງລໍຖ້າ) ແລະ ສ້າງສິ່ງອໍານວຍຄວາມສະດວກຕ່າງໆ ໂດຍທືນກູ້ຢືມຈາກທະນາຄານພັດທະນາອາຊີ

(ADB) ມີການຂະຫຍາຍຂອບທາງ,ຊົດເຊີຍຜົນກະທົບ ຈະໃຫ້ສໍາເລັດໃນຕົ້ນປີ2025
ຈຶ່ງຂໍຄວາມຮ່ວມມືນໍາຜູ້ໃຊ້ລົດໃຊ້ຖະໜົນຈົ່ງຄ່ອຍໄປຄ່ອຍມາ ອໍານວຍຄວາມສະດວກໃນການກໍ່ສ້າງເພື່ອໃຫ້ສໍາເລັດຕາມຄາດໝາຍ
