ໃນໄລຍະສະຫຼອງປີໃຫມ່ ລາວ ທົ່ວປະເທດ ມີຜູ້ເສຍຊີວິດຈາກອຸບັດຕິເຫດ ເຖິງ 35 ຄົນ

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ເມສາ 2022 ວ່າ: ໄລຍະສະເຫຼີມສະຫຼອງປີໃໝ່ ລາວ ພສ 2565 ເລີ່ມແຕ່ວັນທີ 11-17 ເມສາ 2021 ທົ່ວປະເທດ ມີອຸບັດຕິເຫດທີ່ເກີດຂຶ້ນ ທັງໝົດ 312 ຄັ້ງ, ພາຫະນະເປເພ 545 ຄັນ, ຄົນໄດ້ຮັບບາດເຈັບ 552 ຄົນ ແລະ ເສຍຊີວິດ 35 ຄົນ ຍິງ 5 ຄົນ; ແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ: ນະຄອນຫຼວງ ວຽງຈັນ ເກີດຂຶ້ນ 45 ຄັ້ງ, ແຂວງວຽງຈັນ ເກີດຂຶ້ນ 39 ຄັ້ງ ແລະ ແຂວງ ຈໍາປາສັກ ເກີດຂຶ້ນ 38 ຄັ້ງ; ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ແມ່ນ: ນະຄອນຫຼວງ ວຽງຈັນ ເສຍຊີວິດ 8 ຄົນ, ແຂວງ ຈໍາປາສັກ ເສຍຊີວິດ 6 ຄົນ, ໄຊຍະບູລີ ເສຍຊີວິດ 5 ຄົນ, ຫຼວງພະບາງ ເສຍຊີວິດ 3 ຄົນ, ວຽງຈັນ ເສຍຊີວິດ 3 ຄົນ ແລະ ແຂວງສາລະວັນ ເສຍຊີວິດ 2 ຄົນ.

ພາຫະນະຮ່ວມເກີດອຸບັດຕິເຫດ ທີ່ມີຄົນເສຍຊີວິດ ປະກອບມີ: ລົດຈັກ ຕໍາລົດຍົນ 95 ຄັ້ງ ເສຍຊີວິດ 15 ຄົນ, ລົດຈັກຕໍາລົດຈັກ 102 ຄັ້ງ ເສຍຊີວິດ 4 ຄົນ, ລົດຍົນຕໍາຄົນຍ່າງ 12 ຄັ້ງ ເສຍຊີວິດ 5 ຄົນ, ລົດຈັກລົ້ມເອງ 12 ຄັ້ງ, ເສຍຊີວິດ 4 ຄົນ, ລົດບັນທຸກເສຍຫຼັກປິ້ນເອງ 5 ຄັ້ງ ເສຍຊີວິດ 2 ຄົນ, ລົດຍົນ ຕໍາລົດຍົນ 20 ຄັ້ງ ເສຍຊີວິດ 1 ຄົນ, ລົດຈັກຕໍາລົດບັນທຸກ 3 ຄັ້ງ ເສຍຊີວິດ 1 ຄົນ ແລະ ກໍລະນີອື່ນໆ 23 ຄັ້ງ ເສຍຊີວິດ 3 ຄົນ.

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ເກີດຈາກ ການໃຊ້ຄວາມໄວ 95 ກໍລະນີ ເສຍຊີວິດ 23 ຄົນ, ດື່ມສິ່ງມືນເມົາ 95 ກໍລະນີ ເສຍຊີວິດ 7 ຄົນ, ປ່ຽນທິດທາງ 25 ກໍລະນີ ເສຍຊີວິດ 1 ຄົນ, ສະພາບເຕັກນິກບໍ່ຮັບປະກັນ 13 ກໍລະນີ ເສຍຊີວິດ 2 ຄົນ, ຊິງຂຶ້ນໜ້າບໍ່ຮັບປະກັນ 18 ກໍລະນີ ເສຍຊີວິດ 1 ຄົນ, ບໍ່ປອບສິດ 20 ກໍລະນີ ເສຍຊີວິດ 1 ຄົນ, ກໍລະນີອື່ນໆ 86 ກໍລະນີ ( ບໍ່ມີຄົນເສຍຊີວິດ ).

ສາເຫດທີ່ເຮັດໃຫ້ອຸບັດຕິເຫດ ແລະ ຜູ້ເສຊີວິດຫຼຸດລົງ ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນສ່ວນຫຼາຍໃສ່ໃຈປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ຍ້ອນເຈົ້າໜ້າທີ່ຕໍາຫຼວດຈະລາຈອນເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແຕ່ຫົວທີໃນການລົງໂຄສະນາປູກຈິດສໍານຶກກົດລະບຽບຈະລາຈອນຢູ່ສະຖານທີ່ຕ່າງໆ ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ປະຕິບັດຕາມກົດລະບຽບຈະລາຈອນໄດ້ເປັນຍ່າງດີ, ຍ້ອນເຈົ້າໜ້າທີ່ຕໍາຫຼວດຈະລາຈອນປະຕິບັດໜ້າທີ່ຢ່າງເຂັ້ມງວດໃນການລົງຕັ້ງຈຸດກວດກາ, ຕັ້ງຈຸດກວດທາດເຫຼົ້າ, ຄວາມໄວ ແລະອື່ນໆຢູ່ຕາມເສັ້ນທາງຕ່າງໆເຮັດໃຫ້ຜູ້ຂັບຂີ່ຍ້ານກົວຕໍ່ເຈົ້ານ້າທີ່ແລ້ວຫັນມາໃສ່ໃຈປະຕິບັດກົດລະບຽບໄດ້ເປັນຢ່າງດີ.

ແຫຼ່ງຂໍ້ມູນ: ຫນັງສືພິມຄວາມສະຫງົບ

error: Content is protected !!