
ຖວທ ເມືອງຫຼາ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ໃນວັນທີ 17 ພຶດສະພາ 2024 ທີ່ຜ່ານມາ, ໄດ້ມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ນໍ້າຫ້ວຍແຫຼ ແລະ ນໍ້າຫຼາ ໄຫຼຊຸເຂົ້າຖ້ວມ ຈຸດບໍລິການກວດກາເອກະສານຊົ່ວຄາວ (ຫຼັກ 24) ເຮັດໃຫ້ເຮືອນປ້ອມຍາມ 1 ຫຼັງ, ຫ້ອງນໍ້າ 1 ຫ້ອງ, ເນື້ອທີ່ດິນຖືກຖົມຈຳນວນໜຶ່ງ ແລະ ປ້ຳນ້ຳມັນ ຖືກນ້ຳຖ້ວມ ສ້າງຜົນເສຍຫາຍທັງໝົດ 70 ກວ່າລ້ານກີບ.

ຢ່າງໃດກໍຕາມ ໃນໄລຍະລະດູຝົນ ໃຫ້ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ປະຊາຊົນ ທີ່ອາໄສຢູ່ລຽບຕາມແມ່ນ້ຳ, ຫ້ວຍ, ຮ່ອງຕ່າງໆ ໃຫ້ມີສະຕິລະມັດລະວັງຕົວ, ກຽມພ້ອມທຸກສະຖານະການ, ໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ ເພື່ອຫຼີກລ່ຽງຜົນເສຍຫາຍ ທີ່ອາດຈະເກີດຂຶ້ນ ທາງດ້ານຊີວິດ ແລະ ຊັບສິນ.
