ກໍາລັງປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫຼັງເກົ່າ) ໃຫ້ເປັນສວນສາທາ ລະນະ, ກໍາໜົດໃຫ້ແລ້ວ ພາຍໃນເດືອນກັນຍາ 2024 ນີ້.

ການປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫລັງເກົ່າ) ເພື່ອແນໃສ່ເຮັດໃຫ້ໃຈກາງນະຄອນຫຼວງວຽງຈັນ ມີພື້ນທີ່ສາທາລະນະສີ ຂຽວ ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນ ຢ່ອນອາລົມ, ມີສວນຮົ່ມໄມ້, ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາ ລະນະ, ມີບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ.

ພາຍຫຼັງສ້າງສໍາເລັດແລ້ວ, ສວນສາທາລະນະແຫ່ງນີ້ ຈະເພີ່ມສີ ສັນ ແລະ ສ້າງບັນຍາກາດໃໝ່ໃຫ້ນະຄອນຫຼວງວຽງຈັນ, ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ, ທັງ ເປັນປີທ່ອງທ່ຽວລາວ ແລະ ນະຄອນຫຼວງວຽງຈັນ ກໍ່ເປັນເຈົ້າພາບ ຈັດກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ.

ສວນສາທາລະນະ ປະຕູໄຊ ພາກຂະຫຍາຍນີ້ ມີເນື້ອທີ່ 1,5 ເຮັກ ຕາ ແມ່ນຖືກອອກແບບໂດຍຄະນະທີ່ປຶກສາສະຖາປະນິກ, ຄະນະອາຈານ ແລະ ນັກສຶກ ສາ ຈາກມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ ຮັບການສະໜັບສະ ໜູນດ້ານທຶນຮອນຈາກ ພະແນກການຄ້າ ແຂວງຢຸນນານ ສປ.ຈີນ ແລະ ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກ: FM90

error: Content is protected !!