
ໃນວັນທີ 15 ພຶດສະພາ 2024 ມີການພົບສ້ຽນພຣະພຸທທະຮູບ ທີ່ມີຂະໜາດໃຫຍ່ ທີ່ເຂດແຄມຂອງ ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ບ່ອນເພິ່ນກຳລັງມີການສ້າງກັນເຈື່ອນ
ສັນນິຖານເບື້ອງຕົ້ນ ດິນບ່ອນນີ້ເມື່ອກ່ອນແມ່ນວັດສວນມອນ ຫລັງຈາກເສີກຫໍ້ເຂົ້າມາຮຸກຮານແລະປຸ້ນສະດົມ ເພື່ອຂຸດຄົ້ນເອົາຊັບສົມບັດຈາກວັດຕ່າງໆ ຫນຶ່ງໃນນັ້ນກໍ່ແມ່ນວັດສວນມອນແຫ່ງນີ້ທີ່ຖືກຂຸດຄົ້ນຈາກເສີກສົງຄາມໃນຄັ້ງນັ້ນ ສຽນຂອງພຣະອົງນີ້ແມ່ນມີຫນ້າຕາຄ້າຍຄືກັບພຣະປະທານຂອງວັດເພຍວັດ

ດຽວນີ້ຍັງຖ້າກົມມໍຣະດົກເຂົ້າມາສຳຫລວດກວດກາ ກ່ອນຈະນຳຂຶ້ນໄປຈາກຕາຝັ່ງແຫ່ງນີ້.