
ການຂຸດຄົ້ນພຣະພຸດທະຮູບ ໄລຍະທີ 2 ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 13 ພຶດສະພາ 2024, ທາງທີມງານຂຸດຄົ້ນແມ່ນໄດ້ພົບເຫັນພຣະພຸດທະຮູບ ທອງສໍາລິດ ຈໍານວນ 4 ອົງ.

– ອົງທີ 1 ສູງ 45 cm, ໜ້າຕັກກວ້າງ 27 cm, ບ່າໄລກວ້າງ 17cm.
– ອົງທີ 2 ສູງ 40 cm, ໜ້າຕັກກວ້າງ 27 cm, ບ່າໄລກວ້າງ 16 cm.
– ອົງທີ 3 ສູງ 21 cm, ໜ້າຕັກກວ້າງ 8 cm, ບ່າໄລ 8 cm.
– ອົງທີ 4 ສູງ 40 cm, ໜ້າຕັກກວ້າງ 22 cm, ບ່າໄລ 13 cm
ນອກຈາກນີ້, ຍັງພົບຊິ້ນສ່ວນພຣະພຸດທະຮູບເພີ່ມອີກຈໍານວນໜຶ່ງ.

ທີ່ມາ: ຄໍາເພັງ ສີສະຫວ່າງ