
ເຊັ່ນເຄີຍ ດັ່ງທຸກໆປີ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ, ໄດ້ຈັດກອງປະຊຸມຕົວແທນ ອາລິອັນສ໌ ປະກັນໄພລາວ ທົ່ວປະເທດ ປະຈຳປີ 2024 ໃນວັນທີ່ 29-30/04/2024 ທີ່ ໂຮງແຮມ ດອນຈັນ ພາເລດ. ມີຜູ້ເຂົ້າຮ່ວມທັງໝົດເປັນຈຳນວນ 130 ຄົນ ນຳໂດຍ ທ່ານ ກີ້ ອາໂປວີ້ ຜູ້ອຳນວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານນາງ ປອ. ແສງອາລຸນ ອິນມີໄຊ ຮອງອໍານວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ, ພ້ອມດ້ວຍຄະນະບໍລິຫານ, ຕົວແທນປະກັນໄພ, ພະນັກງານ ແລະ ທີມງານຮັບຜິດຊອບຈັດກອງປະຊຸມ.

ການປະຊຸມໃນຄັ້ງນີ້ໄດ້ດໍາເນີນໄປ 2 ມື້ ເພື່ອນຳສະເໜີວຽກງານປະຈຳປີຂອງແຕ່ລະພະແນກ ແລະ ໄດ້ມີການປຶກສາຫາລື, ປັບປຸງບັນດາຫົວຂໍ້ທີ່ສຳຄັນໃນແຕ່ລະປີ ລະຫວ່າງຄະນະບໍລິຫານ ແລະ ຕົວແທນປະກັນໄພ ເພື່ອແນໃສ່ເຮັດໃຫ້ກອງປະຊຸມດຳເນີນໄປຢ່າງມີປະສິດຕິພາບ ແລະ ປະສົບຜົນສຳເລັດ. ນອກນັ້ນ, ທາງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ຍັງໄດ້ຮຽນເຊີນຕາງໜ້າຈາກກະຊວງການເງິນ, ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ນຳພາໂດຍ ທ່ານ ພອນວິໄລ ເທບວິໄລ, ຫົວໜ້າພະແນກຄຸ້ມຄອງປະກັນໄພ ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ອີກດ້ວຍ.

ນອກຈາກການປະຊຸມທີ່ໄດ້ກ່າວໄປໃນເບື້ອງຕົ້ນແລ້ວ, ທາງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ກໍຍັງໄດ້ມີກິດຈະກຳພິເສດຫລັງຈາກຈົບກອງປະຊຸມ ນັ້ນກໍຄື ການເຕະບານສາມັກຄີ ລະຫວ່າງ ທີມຕົວແທນຂາຍປະກັນໄພ ແລະ ພະນັກງານ ອາລິອັນສ໌ ປະກັນໄພລາວ, ເຊິ່ງຜົນເຕະບານກໍຖືວ່າສະເໝີພາບກັນ 2-2. ຫລັງຈາກນັ້ນກໍມີການກິນເຂົ້າສາມັກຄີ ເພື່ອຮ່ວມມ່ວນຊື່ນ ແລະ ຫວັງຢ່າງຍິ່ງວ່າການປະຊຸມໃນຄັ້ງນີ້ ຈະນຳມາເອົາຜົນສຳເລັດ ແລະ ຈະເລີນກ້າວໜ້າມາຍັງທຸກທ່ານ ພວກເຮົາພ້ອມແລ້ວທີ່ຈະເຕີບໂຕຕື່ມອີກໃນອະນາຄົດ ແລະ ກ້າວໄປຂ້າງໜ້າດ້ວຍຄວາມໝັ້ນໃຈ.
