
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກ່າວໃຫ້ສຳພາດຕໍ່ສື່ມວນຊົນໃນເມື່ອບໍ່ດົນມານີ້ວ່າ:ການເປັນປະທານອາຊຽນແຕ່ລະຄັ້ງ ແມ່ນພວກເຮົາໄດ້ຫຼິ້ນບົດບາດຫຼາຍອັນ ເປັນຕົ້ນບົດບາດໃນການນໍາພາ ບົດບາດໃນການຕາງໜ້າໃຫ້ອາຊຽນ ເພື່ອເຂົ້າຮ່ວມບັນດາກົນໄກໃນເວທີຕ່າງໆຢູ່ໃນພາກພື້ນ ແລະ ສາກົນ ດັ່ງນັ້ນ ເວົ້າໄດ້ວ່າ ລາວ ໃນຖານະທີ່ເປັນສະມາຊິກອາຊຽນໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການສ້າງປະຊາຄົມເສດຖະກິດອາ ຊຽນ ໃນປີ 2015 ກ່ອນທີ່ລາວຈະເປັນປະທານອາຊຽນ.
ການປະກອບສ່ວນໃນ 3 ເສົາຄໍ້າຂອງການສ້າງປະຊາຄົມອາຊຽນ ສປປ ລາວ ກໍມີບົດບາດທີ່ສຳຄັນໂດຍໄດ້ຍົກໃຫ້ເຫັນວ່າ: ດ້ານເສດຖະກິດ ເຖິງວ່າ ສປປ ລາວ ຍັງເປັນປະເທດດ້ອຍພັດທະນາ ແລະ ເປັນປະເທດທີ່ມີເສດຖະກິດນ້ອຍກວ່າໝູ່ຢູ່ໃນປະເທດອາຊຽນ ແຕ່ພວກເຮົາກໍໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ໃນການໂຄສະນາເຜີຍແຜ່ວິໄສທັດຂອງອາຊຽນ ເປັນຕົ້ນແມ່ນການສ້າງປະຊາຄົມເສດຖະກິດອາຊຽນ ໄດ້ຂົນຂວາຍ ແລະ ເຮັດວຽກຢ່າງເອົາໃຈໃສ່ໃນການຮ່ວມມືກັບບັນດາຄູ່ຮ່ວມພາຍນອກຂອງອາຊຽນຕ່າງໆ.

ສະຫຼຸບລວມແລ້ວ ໃນຕະຫຼອດໄລຍະທີ່ຜ່ານມາ ໃນຖານະທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອາຊຽນ ພວກເຮົາກໍໄດ້ເຮັດສຸດຄວາມສາມາດປະກອບສ່ວນຢ່າງຫ້າວຫັນ ບໍ່ວ່າຈະຢູ່ໃນຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດເສດຖະກິດ ແລະ ຂົງເຂດການເມືອງຄວາມໝັ້ນຄົງ ສະນັ້ນ, ພວກເຮົາກໍຕ້ອງມີຄວາມປະທັບໃຈ ແລະ ພູມໃຈ ໃນການເປັນສະມາຊິກອາຊຽນຂອງພວກເຮົາ ໃນຕະຫຼອດໄລຍະຜ່ານມາ.

ປີ 2024 ນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຫຼື ພາສາອັງກິດ ແມ່ນ “ASEAN: Enhancing Connectivity and Resilience” ການເປັນປະທານອາຊຽນຄັ້ງນີ້ ສປປ ລາວ ຈະສຸມໃສ່ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງໂດຍຜ່ານການສົ່ງເສີມການຮ່ວມມືອາຊຽນພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ການເຊື່ອມຈອດດ້ານພື້ນຖານໂຄງລ່າງ ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ການເຊື່ອມໂຍງທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກໂດຍການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງການຮ່ວມມືຂອງພາກພື້ນທີ່ພວມຜັນປ່ຽນ.

ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກເພື່ອຮັບປະກັນຜົນສໍາເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ແລະ ຄວາມກ້າວ ໜ້າຂອງປະຊາຄົມອາຊຽນໃນປີ 2024 ແລະ ໃນອະນາຄົດ.
ພວກເຮົາ ຍິນດີຕ້ອນຮັບທຸກໆທ່ານທີ່ຢູ່ໃກ້ ແລະ ໄກມາຢ້ຽມຢາມ ສປປ ລາວ ໃນປີ 2024 ເຊິ່ງເປັນປີປະທານ ອາຊຽນຂອງ ສປປ ລາວ ແລະ ທັງເປັນ “ປີທ່ອງທ່ຽວລາວ 2024” ອີກດ້ວຍ.

ສປປ ລາວ ເຂົ້າເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997 ຕະຫຼອດໄລຍະການເປັນປະເທດສະມາຊິກອາຊຽນ ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນພາລະກິດລວມຂອງອາຊຽນ ໃນການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ່າວ: ເພັດສະໝອນ