(ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2024) – Vietjet ສືບຕໍ່ຂະຫຍາຍສາຍການບິນທີ່ທັນສະໄໝອັນດັບໜຶ່ງຂອງໂລກດ້ວຍການຈັດສົ່ງເຮືອບິນ Airbus ລຸ້ນໃໝ່ຈາກນະຄອນ Hamburg ໄປນະຄອນໂຮ່ຈີມິນ ເຮືອບິນ A321neo ACF ທີ່ປະຢັດນ້ຳມັນ ເປັນເຮືອບິນລຳທີ 105.
ເຮືອບິນລຳໃໝ່ ມາຮອດສະໜາມບິນສາກົນ Tan Son Nhat ໄດ້ຖືວ່າເປັນບາດກ້າວໃໝ່ຂອງສາຍການບິນ ເພື່ອເພີ່ມປະສົບການ ການບິນຂອງຜູ້ໂດຍສານ ຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສະພາບແວດລ້ອມ. A321neo ACF ເປັນ ເຮືອບິນທີ່ທັນສະໄໝຊັ້ນນໍາຂອງໂລກ, ປະຫຍັດນໍ້າມັນໄດ້ເຖິງ 20%, ຫຼຸດຜ່ອນການປ່ອຍອາຍພິດອອກສູ່ສະພາບແວດລ້ອມໄດ້ເຖິງ 50% ແລະ ຫຼຸດຜ່ອນສຽງລົບກວນໄດ້ຫຼາຍເຖິງ 75%. ໃນປີ 2019, Vietjet ກາຍເປັນສາຍການບິນທຳອິດໃນໂລກທີ່ໃຫ້ບໍລິການຮູບແບບຫ້ອງໂດຍສານ A321neo ACF ທີ່ອອກແບບມາພິເສດ.

ເມື່ອບໍ່ດົນມານີ້, ສາຍການບິນ ໄດ້ຂະຫຍາຍຖ້ຽວບິນໂດຍການເພີ່ມເຮືອບິນ Airbus Neo ລຸ້ນໃໝ່. ກ້າວໄປສູ່ປີມັງກອນ, ເຮືອບິນລຳໃໝ່ເຫຼົ່ານີ້ຈະນຳເອົາຊັບພະຍາກອນ ແລະ ກຳລັງແຮງອັນໃໝ່ມາໃຫ້ສາຍການບິນໃນຍຸດທະສາດຂະຫຍາຍເຄືອຂ່າຍການບິນກັບຈຸດໝາຍປາຍທາງໃໝ່ຫຼາຍແຫ່ງ. ໃນຕົ້ນເດືອນກຸມພາ Vietjet ຍັງໄດ້ເພີ່ມເຮືອບິນເຊົ່າ6 ລໍາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງລູກຄ້າໃນຊ່ວງເທດສະການກຸດຫວຽດ.
ເຮືອບິນລຳທີ 105 ຈະໄດ້ເລີ່ມບິນໃນບັນດາເສັ້ນທາງຈຸດໝາຍປາຍທາງຢູ່ພາຍໃນຫວຽດນາມ ແລະ ສາຍການບິນສາກົນໄປຍັງອົດສະຕາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ໄທ ແລະ ອື່ນໆ.

ໃນປີທີ່ຜ່ານມາ, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນດ້ວຍ 33 ເສັ້ນທາງບິນສາກົນ ແລະ ພາຍໃນປະເທດ, ເຮັດໃຫ້ຈໍານວນເສັ້ນທາງບິນທັງໝົດເພີ່ມຂຶ້ນເປັນ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງບິນສາກົນ ແລະ 45 ເສັ້ນທາງພາຍໃນປະເທດ ມີຜູ້ໂດຍສານຫຼາຍກວ່າ 185 ລ້ານຄົນໃນທົ່ວໂລກ.
ໃນວັນທີ 25 ກຸມພານີ້, Vietjet ຈະເປີດຖ້ຽວບິນໂດຍກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍ 4 ຖ້ຽວບິນໄປກັບຄືນຕໍ່ອາທິດ ໃນວັນຈັນ, ພຸດ, ສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງ 1 ຊົ່ວໂມງ 45 ນາທີ. ດ້ວຍຄວາມສະດວກສະບາຍທີ່ Vietjet ໄດ້ມອບໃຫ້, ສາມາດຮັບປະກັນໄດ້ວ່ານັກທ່ອງທ່ຽວຈາກປະເທດລາວຈະໄດ້ຮັບປະສົບການການເດີນທາງທີ່ດີທີ່ສຸດ, ກາຍເປັນທາງເລືອກທີ່ຄຸ້ມຄ່າສຳລັບລູກຄ້າທຸກຄົນເພື່ອເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວງ່າຍຂຶ້ນ ດ້ວຍລາຄາທີ່ເໝາະສົມ ແລະ ການບໍລິການທີ່ໜ້າພໍໃຈ. ສາມາດຈອງປີ້ໄດ້ທີ່ www.vietjetair.com ຫຼື ແອັບ Vietjet Air.

ຂໍ້ມູນເພີ່ມຕື່ມທີ່ www.vietjetair.com
Media contact:
Bigblue Agency Laos
Call: +85620 78911848 (Lath)
Vietjet
Ms. Kieu Duong (Amy)
Email: kieuduong@vietjetair.com
Cell: +84 932 775 066