ອີງຕາມຂ່າວຈາກ China Media Group (CMG), ວັນທີ 4 ພຶດສະພາ ນີ້, ລາຄານ້ໍາມັນເຊື້ອໄຟ ທີ່ເພີ່ມສູງຂຶ້ນ ທົ່ວໂລກ ເຮັດໃຫ້ລົດໄຟຟ້າ ກາຍເປັນທາງເລືອກໃໝ່ໃນຍຸກນນ້ຳແພງ ໂດຍສະເພາະ ຊາວບຣາຊິນ ຈຳນວນຫລາຍຫັນໄປໃຊ້ລົດຖີບໄຟຟ້າ ແລະ ລົດໄຟຟ້າທີ່ເປັນພະລັງງານສະອາດເພີ່ມສູງຂຶ້ນ 27% ເມື່ອທຽບໃສ່ປີກາຍ ແລະ ຄາດວ່າ ປີນີ້ ຍອດຈຳໜ່າຍ ລົດໄຟຟ້າ ຈະຂະຫຍາຍຕົວເພີ່ມຂຶ້ນ ເຖິງ 50% ໂດຍລົດຖີບໄຟຟ້າ ໄດ້ຮັບ ຄວາມນິຍົມເພີ່ມຂຶ້ນ ຢ່າງຕໍ່ເນື່ອງຍ້ອນລາຄານ້ຳມັນແພງ ເຮັດໃຫ້ຊາວບຣາຊິນ ຕ່າງພາກັນຢຸດໃຊ້ລົດ ພະລັງງານ ເຊື້ອເພີງ ແລະ ຫັນມາໃຊ້ລົດໄຟຟ້າແທນໃນການຂັບຂີ່ ໃນຊີວິດປະຈໍາວັນ.



