
ໃນວັນທີ 16 ຕຸລາ 2023 ຢູ່ທີ່ງານວາງສະແດງລົດນາໆຊາດ ວຽງຈັນ ຫຼື VIENTIANE INTERNATIONAL Expo 2023, ບໍລິສັດ ເອັມຈີ ຊິຕີ້ ລາວ (MG CITY Laos) ໄດ້ເປີດໂຕລົດ MG ລຸ້ນໃໝ່ 2 ລຸ້ນຄື: THE ALL–NEW MG RX5 ແລະ MG ONE.

ທ່ານ ດາວວົງ ແກ້ວມະນີວົງ, ປະທານບໍລິສັດ ວຽງຈັນມໍເຕີ ມາເກັດ ຈໍາກັດ ໄດ້ກ່າວວ່າ: ລົດລຸ້ນ THE ALL-NEW MG RX5 ແລະ MG ONE ແມ່ນສອງລຸ້ນສຸດພິເສດທີ່ມາໃໝ່, ເປັນລົດປະເພດ SUV (ຍານພາຫະນະອະເນກປະສົງແບບສະປອດ) ຊຶ່ງມີເຄື່ອງຈັກທີ່ແຮງເຕັມປະສິດ ທິພາບໃນການອອກໂຕ ກັບການຂັບຂີ່ເທິງທ້ອງຖະໜົນ ກັບທຸກໆເສັ້ນທາງທີ່ທ່ານຈະເດີນທາງໄປ, ສຳລັບລົດໃນແຕ່ລະລຸ້ນກໍຈະມີສີພິເສດໃຫ້ທ່ານໄດ້ເລືອກນຳອີກ.

ສ່ວນລາຄາລົດພາຍໃນງານ ແລະ ການແນະນຳຢ່າງເປັນທາງການ ຈະມີການຫຼຸດຈາກລາຄາປົກກະຕິ ຄື: MG ONE ຈາກລາຄາເຕັມ 31.500 ໂດລາ ເຫຼືອ 26.900 ໂດລາ ແລະ THE ALL–NEW MG RX5 ຈາກ 32.500 ໂດລາ ເຫຼືອ 27.500 ໂດລາ; ພ້ອມນີ້, ຍັງມີຂໍ້ສະເໜີຫຼາຍຢ່າງບໍ່ວ່າຈະກ່ຽວກັບອັດຕາແລກປ່ຽນ, ການວາງເງິນຜ່ອນລົດເລີ່ມຕົ້ນ 20-30% ຂອງມູນຄ່າລົດ, ເອກະສານປະກອບງ່າຍ, ອະນຸມັດໄວ ແລະ ໂປຣໂມຊັນພິເສດ ພາຍໃນງານທີ່ເປີດຍາວໄປເຖິງ 9 ມື້ເຕັມ ແລະ ຈົນຮອດມື້ໝົດເຂດ ຊຶ່ງສາມາດຕິດຕາມໄດ້ທີ່ເພສເຟສບຸກຂອງ MG CITY Laos.

ການເປີດໂຕລົດຍີ່ຫໍ້ MG ສອງລຸ້ນດັ່ງກ່າວ, ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພອນຈັນ ເພັງສຸວັນ, ຜູ້ອໍານວຍການບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັ້ນ ແອນ ອໍກາຍເຊີ ຈໍາກັດຜູ້ດຽວ ພ້ອມດ້ວຍບັນດາທ່ານການນໍາຈາກກະຊວງ, ອົງການກ່ຽວຂ້ອງ ແລະ ບັນດາບໍລິສັດ ທີ່ເປັນຄູ່ຮ່ວມມື.
