
ເວລາ 00:40 ໂມງ ຂອງວັນທີ 12 ຕຸລາ 2023 ນີ້ ເກີດເຫດມີຄົນຮ້າຍໃຊ້ຂອງມີຄົມຟັນປະຊາຊົນ ເພື່ອຍາດເອົາໂທລະສັບ ຈົນໄດ້ຮັບບາດເຈັບ ຢູ່ເຂດ ບ້ານວັດໄຕໃຫຍ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ຂໍ້ມູນເບື້ອງຕົ້ນ ເປັນເພດຊາຍ ອາຍຸ 25 ປີ ຢູ່ບ້ານວັດໄຕໃຫຍ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ສ່ວນອາການເບື້ອງຕົ້ນ ແມ່ນຖືກຟັນຢູ່ແຂນເບື້ອງຊ້າຍບາດເປີດ ແລະ ຢູ່ທັງຫລັງ.


ຂໍ້ມູນຈາກ: ໜ່ວຍກູ້ໄພແມ່ຍິງລາວກ້າວໜ້າ