ຮ່ວມສົ່ງເສີມ ການເຂົ້າເຖິງການສຶກສາກ່ອນໄວຮຽນ ໃນໄລຍະພັກແລ້ງ ຢູ່ເມືອງ ຜາອຸດົມ

ວັນທີ 4 ພຶດສະພາ 2022 ຢູ່ນະຄອນຫລວງ ວຽງຈັນ, ອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ກົມຮ່ວມມືກັບຕ່າງປະເທດ, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ “ໂຄງການສົ່ງເສີມການເຂົ້າເຖິງ ການສຶກສາ ກ່ອນໄວຮຽນ ໂດຍຜ່ານຫລັກສູດກຽມຄວາມພ້ອມ ໃນໄລຍະພັກແລ້ງ (10 ອາທິດ) ຢູ່ ເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ, ສປປ ລາວ” ໂດຍຈັດຕັ້ງປະຕິບັດ ຢູ່ໃນ 15 ບ້ານ ຂອງເມືອງ ຜາອຸດົມ ເພື່ອເປັນການປະກອບສ່ວນໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ສະໄໝທີ 9 (2021-2025) ໃນການຜັນຂະຫຍາຍຫລັກສູດ ກຽມຄວາມພ້ອມໃນໄລຍະພັກແລ້ງ (10 ອາທິດ) ໃຫ້ເຂົ້າໄປເຖິງກຸ່ມເດັກທີ່ຍັງດ້ອຍໂອກາດ ອາຍຸລະຫວ່າງ 3-5 ປີ ລວມທັງເດັກພິການ ທີ່ຢູ່ໃນເຂດບ້ານນ້ອຍ ຫ່າງໄກສອກຫລີກ ໄດ້ກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ.

ທ່ານ ແສງສັນຕິສິດ ຊະນະສີສານ ຮັກສາການ ອຳນວຍການຂອງອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ມີຄຳເຫັນວ່າ: ການຜັນຂະຫຍາຍໂຄງການສົ່ງເສີມການເຂົ້າເຖິງການສຶກສາກ່ອນໄວຮຽນ ໂດຍຜ່ານຫລັກສູດກຽມຄວາມພ້ອມໃນໄລຍະພັກແລ້ງ 10 ອາທິດ ຍັງມີຄວາມຈໍາເປັນຫລາຍ ຕໍ່ການຮຽນຮູ້ຂອງເດັກນ້ອຍ ເພື່ອກຽມຂຶ້ນຊັ້ນປະຖົມ, ເຮັດໃຫ້ເຂົາເຈົ້າມີຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ແລະ ສາມາດດໍາເນີນຊີວິດການຮຽນໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເບີກບານມ່ວນຊື່ນຕໍ່ການຮຽນຮູ້ຂອງເຂົາເຈົ້າ.

ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກ ກອງທຶນການຄົ້ນຄວ້າວິໄຈຂອງອົງການຄູ່ຮ່ວມພັດທະນາການສຶກສາໂລກ ແລະ ອົງການແພລນການາດາ ໂດຍມີຈຸດປະ ສົງ ເພື່ອສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຜັນຂະຫຍາຍຫລັກສູດກຽມຄວາມພ້ອມໃນໄລຍະພັກແລ້ງ (10 ອາທິດ) ທີ່ໄດ້ຮັບການທົດລອງມາແລ້ວ ເພື່ອຊ່ວຍເດັກໃນເຂດບ້ານນ້ອຍ ທີ່ບໍ່ມີຫ້ອງກຽມປະຖົມ ຢູ່ຫ່າງໄກສອກຫລີກ ໃຫ້ໄດ້ຮັບການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມ, ຈັດຕັ້ງປະຕິບັດຫລັກສູດກຽມຄວາມພ້ອມໃນໄລຍະພັກແລ້ງ ແລະ ນໍາໃຊ້ຜົນການເກັບກໍາຂໍ້ມູນ ເພື່ອສະໜັບສະໜູນການຜັນຂະຫຍາຍຮູບແບບກຽມຄວາມພ້ອມ 10 ອາທິດ, ສະໜັບສະໜູນການຈັດປະຊຸມ ແລະ ຝຶກອົບຮົມຄູຝຶກຂັ້ນສູນກາງ ກ່ຽວກັບການຜັນຂະຫຍາຍຫລັກສູດ 10 ອາທິດ.

ທ່ານ ແສງສັນຕິສິດ ຊະນະສີສານ ຍັງໃຫ້ຮູ້ອີກວ່າ: ໃນຕົ້ນປີ 2007 ແຜນງານການສຶກສາ ແລະ ພັດທະນາເດັກກ່ອນໄວຮຽນ ຖືກຈັດຕັ້ງປະຕິບັດເປັນເທື່ອທຳອິດຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ, ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຕາມລຳດັບ, ເລີ່ມແຕ່ປີ 2008 ໄດ້ຈັດຕັ້ງປະຕິບັດໂຄງການຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ຕໍ່ມາກໍໄດ້ຂະຫຍາຍໂຄງການໄປເມືອງປາກທາ ແລະ ເມືອງເມິງ, ໃນປີ 2009 ໄດ້ຈັດຕັ້ງປະຕິບັດໂຄງການ ການສຶກສາຂັ້ນພື້ນຖານ ຢູ່ 3 ເມືອງ ຂອງແຂວງບໍ່ແກ້ວ ແລະ 3 ເມືອງ ຂອງແຂວງອຸດົມໄຊ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກ ສະຫະພາບເອີຣົບ, ທຶນການຊ່ວຍເຫລືອອົດສະຕຣາລີ, ອົງການແພລນອົດສະຕຣາລີ, ອົງການແພລນການາດາ, ອົງການແພລນຟິນແລນ, ອົງການແພລນສະວິດ ແລະ ອົງການແພລນຍີ່ປຸ່ນ. ນັບແຕ່ ປີ 2019 ເປັນຕົ້ນມາ ແຜນງານສຶກສາຂອງອົງການ ໄດ້ຂະຫຍາຍອອກໄປສູ່ແຂວງສາລະວັນ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກ ອົງການອາຫານໂລກ ແລະ ອົງການແພລນ ຍີ່ປຸ່ນ.

error: Content is protected !!