
ຕາມການລາຍງານຂອງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວແຂວງເຊກອງ ປະຈໍາປີ 2023 ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງ ໄດ້ເອົາໃຈໃສ່ເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ການປະຕິບັດກິດຈະກໍາຕ່າງໆຂອງໂຄງການທີ່ອະນຸມັດໄປແລ້ວ ໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາຢ່າງເຄັ່ງຄັດ; ພ້ອມທັງ ສ້າງເງື່ອນໄຂ-ສິ່ງອໍານວຍຄວາມສະດວກ, ສ້າງບັນຊີຮຽກການລົງທຶນ ແລະ ປັບປຸງກົນໄກການບໍລິການລົງທຶນຜ່ານປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນ.

ປັດຈຸບັນ, ທົ່ວແຂວງມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ທັງໝົດ 113 ໂຄງການ ມູນຄ່າລວມ 509 ລ້ານໂດລາ. ໃນນີ້, ເປັນການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາ ກວມເອົາ 47,6% ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາ ກວມເອົາ 52,4% ຊຶ່ງນອນໃນ 4 ຂົງເຂດຄື: ຂົງເຂດພະລັງງານໄຟຟ້າ 52 ໂຄງການ ມູນຄ່າ 370 ລ້ານໂດລາ; ຂົງເຂດບໍ່ແຮ່ 18 ໂຄງການ ມູນຄ່າ 109 ລ້ານໂດລາ; ຂົງເຂດກະສິກໍາ-ປ່າໄມ້ 34 ໂຄງການ ມູນຄ່າ 27,8 ລ້ານໂດລາ ແລະ ຂົງເຂດບໍລິການ 9 ໂຄງການ ມູນຄ່າ 2,2 ລ້ານໂດລາ.

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ການລົງທຶນຂອງພາກສ່ວນເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງແມ່ນແຫຼ່ງທຶນທີ່ສໍາຄັນ ຍູ້ແຮງເສດຖະກິດປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ສ້າງການຫັນປ່ຽນທາງດ້ານພື້ນຖານ-ເຕັກນິກໃໝ່, ຂະຫຍາຍຕາໜ່າງທາງດ້ານອຸດສະຫະກໍາ, ກະສິກໍາ, ການຄ້າ-ການບໍລິການ ຜັກດັນໃຫ້ມີການຜະລິດ, ແປຮູບ ແລະ ສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງສໍາຄັນ, ເຮັດໃຫ້ເສດຖະກິດ ກໍຄື ລວມຍອດຜະລິດພະພັນພາຍໃນ (GDP) ສະເລ່ຍຕໍ່ຫົວຄົນເພີ່ມຂື້ນຢ່າງຕໍ່ເນື່ອງ.
(ຂ່າວ-ພາບ: ສັນຍາ)