ແຂວງຈຳປາສັກ ແຈ້ງ! ຫ້າມຮ້ານອາຫານ ເປີດບໍລິການໃນຮູບແບບ ຮ້ານບັນເທີງ.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຈຳປາສັກ ໄດ້ໃຫ້ຮູ້ວ່າ: ໃຫ້ນະຄອນ ປາກເຊ ແລະ 9 ເມືອງ ເພີ່ມທະວີໃນການຄຸ້ມຄອງ ແລະ ເຄື່ອນໄຫວຊຸກຍູ້, ຕິດຕາມ ກວດກາຮ້ານອາຫານ, ຮ້ານກິນດື່ມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
ໃຫ້ທຸລະກິດຮ້ານອາຫານ ຕ້ອງເນັ້ນການບໍລິການອາຫານເປັນຫຼັກເທົ່ານັ້ນ, ເຄື່ອງດື່ມ ເປັນສໍາຮອງ ແລະ ບໍ່ໃຫ້ເປີດສຽງເພັງດັງເກີນຂອບເຂດ, ຫ້າມຜູ້ປະກອບການ ທີ່ຖືໃບອະນຸຍາດຮ້ານອາຫານ ເປີດບໍລິການໃນຮູບແບບຂອງຮ້ານບັນເທີງຢ່າງເດັດຂາດ (ຖ້າມີຄວາມຈໍາເປັນ ຫຼື ມີງານເທສະການໃດໜຶ່ງຕ້ອງໄດ້ຂໍອະນຸຍາດສະເພາະຈາກຂະແໜງການທີ່ກ່ຽວຂ້ອງເອງ).
ສຳລັບຂໍ້ຫ້າມຮ້ານອາຫານ, ກິນດື່ມ, ຮ້ານປີ້ງແກ້ມ ແລະ ຮ້ານອື່ນໆ ທີ່ບໍ່ໄດ້ຖືໃບອະນຸຍາດບັນເທີງ ແມ່ນຫ້າມເປີດບໍລິການຄາລາໂອເກະ, ບໍລິການຮ້ອງເພັງ, ເສບຟອກຊອງ ແລະ ອື່ນໆ, ຖ້າຫາກມີການລະເມີດ ແມ່ນຈະນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 986/ຖວທ, ລົງວັນທີ 14 ທັນວາ 2021, ມາດຕາທີ 61 ວ່າດ້ວຍການປັບໄຫມ ແລະ ໃຊ້ແທນຄ່າເສຍຫາຍ ລະອຽດດັ່ງນີ້:

  • ຄັ້ງທີ 1: ສຶກສາອົບຮົມ, ປັບໄຫມບໍ່ເກີນ 2.000.000 ກີບ,ໃຊ້ແທນຄ່າເສຍຫາຍທັງຫມົດ.
  • ຄັ້ງທີ 2: ສຶກສາອົບຮົມ, ປັບໄຫມບໍ່ເກີນ 4.000.000 ກີບ,ໃຊ້ແທນຄ່າເສຍຫາຍທັງຫມົດ ແລະ ໂຈະການດໍາເນີນທຸລະກິດຊົ່ວຄາວ 06 ເດືອນ.
  • ຄັ້ງທີ 3: ສຶກສາອົບຮົມ, ປັບໄຫມບໍ່ເກີນ 4.000.000 ກີບ, ໃຊ້ແທນຄ່າເສຍຫາຍທັງຫມົດ, ຖອນໃບອະນຸຍາດດໍາເນີນທຸລະກິດຖາວອນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.
error: Content is protected !!