ໃນວັນທີ 1 ກັນຍາ 2023 ທີ່ຜ່ານມາ ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການຄຳແນະນຳ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ເຊິ່ງຈະປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ຈາກ 1.300.000 ກີບ ມາເປັນ 1.600.000 ກີບ ຕໍ່ຄົນຕໍ່ເດືອນ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນໄປ.
ຢ່າງໃດກໍຕາມ ການປັບຄ່າແຮງງານນີ້ ແມ່ນສຳລັບຜູ້ອອກແຮງງານເທົ່ານັ້ນ ສ່ວນລັດຖະກອນ ຫຼື ພະນັກງງານລັດ ຍັງບໍ່ມີການປັບຂຶ້ນແຕ່ຢ່າງໃດ.

