ໃນວັນທີ 3-4 ພຶດສະພາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ແຂວງ ວຽງຈັນ, ໂດຍມີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍ ຄະນະນຳຂອງແຂວງ, ເມືອງ, ພະແນກການ ແລະ ປະຊາຊົນ ຈຳນວນໜຶ່ງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ຄໍາພັນ ສິດທິດຳພາ ຕາງໜ້າອົງການປົກຄອງແຂວງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ເຫັນວ່າ ທ່າແຮງຕົ້ນຕໍຂອງແຂວງ ແມ່ນມີທົ່ງພຽງທີ່ກວ້າງໃຫຍ່, ມີເນື້ອທີ່ທໍາການຜະລິດກະສິກໍາ ກວ້າງຂວາງ, ມີຊັບພະຍາກອນບໍ່ແຮ່ທີ່ສໍາຄັນຫຼາຍແຫ່ງ, ມີແມ່ນໍ້າທີ່ສໍາຄັນຫຼາຍສາຍ, ມີເສັ້ນ ທາງດ່ວນ ວຽງຈັນ-ວັງວຽງ, ເສັ້ນທາງລົດໄຟ ລາວ-ຈີນ ທີ່ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບບັນດາແຂວງອ້ອມຂ້າງ ແລະ ອອກສູ່ ສປ ຈີນ ຊຶ່ງໜຶ່ງໃນສະຖານນີທີ່ສຳຄັນ ກໍແມ່ນສະຖານນີ ວັງວຽງ ໄດ້ເປັນຈຸດຂົນສົ່ງສິນຄ້າປະເພດຕ່າງໆ, ທັງເປັນຈຸດເຊື່ອມກັບ ແຫຼ່ງທ່ອງທ່ຽວເມືອງ ວັງວຽງ ແລະ ໜ້າເຂື່ອນໄຟຟ້ານໍ້າງື່ມ 1.
ຕາມແຜນການຮັບນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ອນຜັນຂອງການລະບາດພະຍາດ ໂຄວິດ-19 ນີ້, ເມືອງ ວັງວຽງ ກໍໄດ້ຖືກກຳນົດເປັນເມືອງທ່ອງທ່ຽວສີຂຽວ. ປັດຈຸບັນ, ແຂວງວຽງຈັນ ພວມສຸມໃສ່ຍູ້ແຮງການຜະລິດໃຫ້ເຂັ້ມແຂງ ໂດຍເລີ່ມຈາກສັງຄົມຜະລິດ, ຊຸກຍູ້ຫົວໜ່ວຍຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ສ້າງຜະລິດຕະພັນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະ ພາບ, ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດຢ່າງເຂັ້ມງວດ ກໍຄືພວມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

ສຳລັບ ປີ 2021 GDP ຂອງແຂວງ ຂະຫຍາຍຕົວ 4%, ເທົ່າກັບ 71.42% ຂອງແຜນການ, ສະເລ່ຍຕໍ່ຫົວຄົນໄດ້ 18.02 ລ້ານກີບ ຫຼື ເທົ່າກັບ 1,882 ໂດລາ/ປີ. ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 209.18 ຕື້ກີບ, ເທົ່າກັບ 95.10% ຂອງແຜນ. ສໍາລັບ 3 ເດືອນຕົ້ນປີ 2022 GDP ເພີ່ມຂຶ້ນ 1 % ເທົ່າ ກັບ 22.22% ຂອງແຜນການ, ເກັບລາຍຮັບເຂົ້າງົບປະມານປະ ຕິບັດໄດ້ 45.02 ຕື້ກີບ, ເທົ່າກັບ 19.76% ຂອງແຜນການ.
ໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ແຂວງສາມາດຍາດມາໄດ້ໄລຍະຜ່ານມາ ແລະ ໄດ້ຊີ້ນຳໃຫ້ແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ປັບປຸງລະບອບແບບ ແຜນການດຳເນີນງານ, ແບບ ແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຂວງໃນແຕ່ລະໄລຍະ, ມີຄວາມໜັກແໜ້ນ, ເປັນເອກະພາບສູງ, ບົນຫຼັກການລວມສູນປະຊາທິປະໄຕ, ຕ້ອງສ້າງການຫັນປ່ຽນໃນວຽກ ງານພະນັກງານ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພັກ-ພະນັກງານ ໃຫ້ໄດ້ຢ່າງທັນການ; . ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງ ຄົມ, ຄຸ້ມຄອງບັນດາໂຄງການລົງທຶນຂະໜາດໃຫຍ່ຢູ່ແຂວງ ໃຫ້ມີຄວາມສະຫງົບ, ປອດໄພ ເປັນຕົ້ນແມ່ນ ໂຄງການທາງດ່ວນ, ໂຄງການເສັ້ນທາງລົດໄຟ ແລະ ອື່ນໆ; . ສືບຕໍ່ຫັນລົງກໍ່ສ້າງຮາກ ຖານການເມືອງ ໃຫ້ເລິກເຊິ່ງກວ່າເກົ່າ, ເອົາໃຈໃສ່ປະສານງານກັບບັນດາແຂວງອ້ອມຂ້າງ ໃນການແກ້ໄຂບັນຫາຕ່າງໆ ຮັບປະກັນໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ເປັນ ເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການທຳມະຫາກິນຂອງປະຊາຊົນ; . ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງເນື່ອງຈາກການປະຕິິບັດຕົວຈິງແມ່ນຢູ່ຂັ້ນທ້ອງຖິ່ນ ໂດຍໃຫ້ເອົາໃຈໃສ່ຄຸ້ມຄອງ ໂຄງການລົງທຶນຕ່າງໆ ບໍ່ວ່າໃນຮູບແບບການລົງທຶນແບບປົກກະຕິ ຫຼື ແບບທົດລອງ ໃຫ້ມີປະສິດທິຜົນ ເປັນຕົ້ນໂຄງການລົງທຶນດ້ານແຮ່ທາດ ເພື່ອບໍ່ໃຫ້ມີບັນຫາຂໍ້ຂັດແຍ່ງທາງດ້ານພື້ນທີ່, ການສໍ້ໂກງປະລິມານ ແລະ ຄວາມເຂັ້ມຂຸ້ນ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ.

ພ້ອມກັນນີ້, ໃຫ້ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບຈາກໂຄງການຕ່າງໆ ເປັນຕົ້ນ ໂຄງການບໍ່ແຮ່, ການສົົ່ງອອກແຮ່ທາດ, ໂຄງການຂຸດຄົ້ນຊັບສິນ ດິຈິຕອລ ແລະ ອື່ນໆ ໃຫ້ໄດ້ຕາມສັນຍາ ແລະ ກົດໝາຍ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມຍືນຍົງ, ມີການບໍລິ ການທີ່ເປັນມາດຕະຖານ, ກຳນົດລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ຢູ່ບັນດາສະຖານທີ່ທ່ອງ ທ່ຽວ ໃຫ້ມີຄວາມເໝາະສົມ ບໍ່ສວຍໂອກາດເອົາປຽບລູກຄ້າ.
ການເຄື່ອນໄຫວເຮັດວຽກ ຢູ່ແຂວງວຽງຈັນ ໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງ ການຂຸດຄົ້ນແຮ່ເຫຼັກ ທີ່ບ້ານຊ່ວງ, ເມືອງວັງວຽງ; ຢ້ຽມຢາມໂຮງງານໄມ້ອັດ ຂອງບໍລິສັດບົວລະພາ ທີ່ເມືອງຫີນເຫີບ; ຢ້ຽມຢຽມໂຄງ ການຂຸດຄົ້ນຊັບສິນດີຈິຕອນ ຂອງບໍລິສັດພົງຊັບທະວີ ທີ່ເມືອງທຸລະຄົມ; ຢ້ຽມຢາມໂຄງການພັດທະນາ ທີ່ໂຮງແຮມແດນສະຫວັນ ນໍ້າງື່ມລີສອດ ແລະ ໄດ້ມອບເງິນຈຳ ນວນໜຶ່ງ ໃຫ້ອົງການປົກຄອງແຂວງ ວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານລວມຂອງແຂວງ ຕື່ມອີກ.
ຂໍ້ມູນຂ່າວ ແລະ ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ